ຂໍ້ອ້າງ ຄົນທີ່ບໍ່ “ປະສົບຄວາມສຳເລັດ”
ຖ້າມີ 40 ຂໍ້ນີ້ຊີວິດບໍ່ປະສົບຄວາມສຳເລັດແນ່ນອນ!

ຄົນທີ່ບໍ່ປະສົບສຳເລັດ ມັກມີຂໍ້ແກ້ໂຕທີ່ເຊື່ອວ່າ ຜູ້ໃດກໍຖຽງບໍ່ໄດ້ ເພື່ອອະທິບາຍຄວາມບໍ່ສຳເລັດຂອງໂຕເອງ.
ແລ້ວທ່ານມີຈັກຂໍ້?

ສັງເກດງ່າຍໆ ຄົນແກ້ໂຕເກັ່ງ ມັກໃຊ້ຄຳວ່າ “ຖ້າ” ນຳໜ້າປະໂຫຍກ.
1. ຖ້າຂ້ອຍດວງດີີ2. ຖ້າໂຊກເຂົ້າຂ້ອງຂ້ອຍ
3. ຖ້າຂ້ອຍມີເງິນ.

4. ຖ້າຂ້ອຍໄດ້ຮຽນສູງໆ
5. ຖ້າຂ້ອຍໄດ້ວຽກເຮັດ.
6. ຖ້າຂ້ອຍມີສຸຂະພາບດີ.
7. ຖ້າຂ້ອຍມີເວລາ.

8. ຖ້າມີໂອກາດດີກວ່ານີ້
9. ຖ້າຄົນອື່ນເຂົ້າໃຈໃນໂຕຂ້ອຍ.
10. ຖ້າສະພາບອ້ອມຮອບຕົວຂ້ອຍບໍ່ໄດ້ເປັນແບບນີ້.
11. ຖ້າຂ້ອຍສາມາດເລືອກເກີດໄດ້…
12. ຖ້າຂ້ອຍບໍ່ຢ້ານໃນສິ່ງທີ່ “ເຂົາ” ເວົ້າ.
13. ຖ້າຂ້ອຍໄດ້ຮັບໂອກາດແດ່.

14. ຖ້າຕອນນີ້ຂ້ອຍມີໂອກາດ.
15. ຖ້າຄົນອື່ນບໍ່ມາ “ຕັດສິນໃຈໃຫ້ຂ້ອຍ16. ຖ້າວ່າບໍ່ມີເຫດການຫຍັງ? ມາຂັດຈັງຫວະ.
17.ຖ້າວ່າຂ້ອຍຍັງເປັນບ່າວ (ສາວ) ກວ່ານີ້…
18. ຖ້າຂ້ອຍໄດ້ເຮັດໃນສິ່ງທີ່ຢາກເຮັດ.
19. ຖ້າຂ້ອຍເກີດມາລວຍ.
20. ຖ້າຂ້ອຍໄດ້ພົບ “ຄົນເກັ່ໆ.

21. ຖ້າຂ້ອຍມີພອນສະຫວັນ ຄືກັບບາງຄົນ.
22. ຖ້າຕອນນັ້ນ ຂ້ອຍສວຍໂອກາດໄວ້ກ່ອນ..
23. ຖ້າບໍ່ມີຄົນມາເຮັດໃຫ້ຂ້ອຍກັງວົນ.
24. ຖ້າຂ້ອຍບໍ່ຕ້ອງເບິ່ງແຍງລ້ຽງດູລູກຫຼານ.
25. ຖ້າຂ້ອຍໄດ້ເກັບເງິນອອມເງິນໄວ້…
26. ຖ້າເຈົ້ານາຍ ເອົາໃຈຂ້ອຍແດ່?
27. ຖ້າມີບາງຄົນມາຊ່ວຍຂ້ອຍ.
28. ຖ້າຄອບຄົວເຂົ້າໃຈຂ້ອຍ.
29.ຖ້າຂ້ອຍໄດ້ຢູ່ເມືອງໃຫຍ່ໆ.
30. ຖ້າຂ້ອຍໄດ້ເລີ່ມລົງມື.
31. ຖ້າຂ້ອຍເປັນອິດສະຫລະ.
32. ຖ້າຂ້ອຍມີບຸກຄະລິກກະພາບຄືກັບບາງຄົນ.
33. ຖ້າຂ້ອຍບໍ່ອ້ວນ.
34. ຖ້າຂ້ອຍບໍ່ມີໜີ້ສິນ.
35. ຖ້າຂ້ອຍບໍ່ເຄີຍລົ້ມເຫຼວມາກ່ອນ.
36. ຖ້າຂ້ອຍຮູ້ວິທີ.

37. ຖ້າທຸກຄົນມາຂວາງຂ້ອຍ.
38. ຖ້າຂ້ອຍໄດ້ແຕ່ງດອງກັບຄົນທີ່ແມ່ນ.
39. ຖ້າຄົນອື່ນໆບໍ່ໂງ່ຈ້າຈົນເກີນໄປ.
40. ຖ້າຂ້ອຍໝັ້ນໃຈໃນໂຕເອງ.
ແຫລ່ງທີ່ມາ: ນັກທຸລະກິດ New CEO Laos