ຕໍ່ກັບເຫດການນີ້ ມີຄ ວາ ມ ຜິ ດ ທັ ງ ເມຍ ຫຼ ວງ, ເມ ຍ ນ້ອ ຍ ແລະ ຜົວ ອີງຕາມກົດໝາຍແລ້ວແມ່ນຜິດດັ່ງລຸ່ມນີ້:
1. ເມຍນ້ອຍ ແລະ ຜົວ ແມ່ນຜິດໃນສະຖານທຳມິດສະຈານ ມີໂທດຕັດອິດສະລະພາບ 3 ເດືອນ ຫາ 1 ປີ (ມ. 247 ປມ.ອາຍາ)
2. ເມຍຫຼວງ ຜິດໃນສະຖານທຳຮ້າຍຮ່າງກາຍ ມີໂທດຕັດອິດສະລະພາບ 7 ປີ ຫາ 15 ປີ (ວັກສອງ) ຫຼື ອາດເຂົ້າຄ່າຍພະຍາຍາມຄາດຕະ ກຳ ມີໂທດຕັດອິດສະລະພາບແຕ່ 10 ປີ ຫາ 15 ປີ (ມ. 188, 149 ປມ.ອາຍາ)
+ ສຳລັບການປະກັນຕົວນັ້ນແມ່ນເຈົ້າໜ້າທີ່ເຮັດຖືກຕ້ອງແລ້ວ, ແຕ່ເຈົ້າໜ້າທີ່ຕ້ອງດຳເນີນຄະດີສົ່ງໃຫ້ໄອຍະການສັ່ງຟ້ອງຕາມກົດໝາຍຈົນກວ່າຈະມີຄຳຕັດສິນຂອງສານ.
+ ພາຍຫຼັງມີຄຳຕັດສິນຂອງສານແລ້ວ ເມຍຫຼວງຈະບໍ່ໄດ້ຈຳຄຸກເທື່ອ ຫຼື ເອີ້ນວ່າການໂຈະການປະຕິບັດໂທດຕັດອິດສະລະພາບໄວ້ກ່ອນ ຈົນກວ່າລູກຈະມີອາຍຸຮອດ 1 ປີຂຶ້ນໄປແລ້ວຜູ້ກະທຳຜິດ ຫຼື ເມຍຫຼວງນັ້ນຕ້ອງມາປະຕິບັດໂທດຕາມຄຳຕັດສິນຂອງສານ (ມ.103 ປມ.ອາຍາ).
+ ສ່ວນເມຍນ້ອຍກໍຕ້ອງຮັບໂທດເຊັ່ນກັນໃນຂໍ້ຫາທຳມິດສະຈານຕາມມາດຕາ 247
