ບັນຫາທີ່ສົ່ງຜົນກະທົບ ໃຫ້ອັດຕາແລກປ່ຽນຢູ່ ສປປ ລາວ ມີການເໜັງຕີງແຮງ

ຜົນກະທົບ ໃຫ້ອັດຕາແລກປ່ຽນຢູ່ ສປປ ລາວ ມີການເໜັງຕີງແຮງ.

ພ້ອມກັນນີ້, ຍັງມີການເຄື່ອນ ໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ລວມທັງການແລກປ່ຽນເງິນຕາ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາ ຄານໜ້ອຍກວ່າທີ່ຄວນຈະເປັນ ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດ ຂອງລະບົບທະນາຄານຫລຸດລົງ ໃນສະພາບທີ່ລາຄາສິນຄ້ານໍາເຂົ້າ ທີ່ຈໍາເປັນຕໍ່ການດໍາລົງຊີວິດ ໄດ້ເພີ່ມຂຶ້ນສູງຫລາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ.

ຕາມການຖະແຫລ່ງຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເມື່ອບໍ່ດົນນີ້ວ່າ: ບາງບັນຫາທີ່ສົ່ງຜົນກະທົບເຮັດໃຫ້ອັດຕາແລກປ່ຽນຢູ່ ສປປ ລາວ ມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງລະບົບທະນາຄານ ແລະ ຂອງຕະຫລາດນອກລະບົບ ແມ່ນຍ້ອນສະຕິຕໍ່ກົດໝາຍ ຂອງບຸກຄົນ, ນິຕິບຸກຄົນຈໍານວນບໍ່ໜ້ອຍໃນສັງຄົມຍັງບໍ່ສູງ; ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະ ເທດຈໍານວນຫລາຍພໍສົມຄວນບໍ່ທັນເຂົ້າມາປະເທດ ຕາມລະບຽບການ.

ທ່ານ ສອນໄຊ ສິດພະໄຊ ຍັງໃຫ້ຮູ້ວ່າ: ພື້ນຖານເສດຖະກິດຂອງລາວ ຍັງຕ້ອງ ການເວລາໃນການຟື້ນຕົວ ໃນການສ້າງຄວາມເຂັ້ມແຂງໃຫ້ຫລາຍຂຶ້ນ ເພື່ອໃຫ້ປະເທດສາມາດສະສົມລາຍຮັບ ທີ່ເປັນເງິນຕາຕ່າງປະເທດ ໃຫ້ສົມດຸນກັບລະດັບຄວາມຕ້ອງການໃນການຊໍາລະ ຄ່ານໍາເຂົ້າສິນຄ້າ-ການບໍລິການ ແລະ ຊໍາລະໜີ້ສິນ ໃຫ້ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ. ໄລຍະ 4 ເດືອນຕົ້ນປີ 2022 ເຖິງວ່າຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບ 589,66 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ ເກືອບ 50%, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ, ໃນຂະນະທີ່ 98% ຂອງມູນຄ່າການນໍາເຂົ້ານັ້ນ ໄດ້ມີການໂອນອອກຜ່ານລະບົບທະນາຄານ.

ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານຫລາຍກວ່າມີກະແສເງິນເຂົ້າປະເທດ ຜ່ານລະບົບທະນາຄານ ໃນລະດັບທີ່ຫລາຍກວ່າໄລຍະດຽວກັນຂອງປີຜ່ານມາ ເຖິງ 143% ເຊິ່ງສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດ ໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫລື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫລາຍ, ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊໍາລະສະສາງກັບຕ່າງ ປະເທດ ຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ນອກຈາກນີ້, ຄວາມບໍ່ສົມດຸນລະຫວ່າງລະດັບຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດຢູ່ພາຍໃນປະເທດເຮົາ ທີ່ຍັງສືບຕໍ່ສູງຂຶ້ນ, ການປະຕິບັດລະບຽບກົດ ໝາຍຕິດພັນກັບການຄຸ້ມຄອງ ເງິນຕາຕ່າງປະເທດທີ່ບໍ່ທັນຮັດກຸມ; ການເໜັງຕີງຂອງຄ່າເງິນກີບ ຍັງໄດ້ຮັບຜົນກະທົບຫລາຍຈາກຈິດຕະສາດ ຂອງປະຊາຊົນໃນສັງຄົມ ທີ່ກໍາລັງແຕກຕື່ນ ຍ້ອນມີຄວາມກັງວົນຫລາຍເກີນເຫດ ຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນຕາແບບບໍ່ສອດຄ່ອງ ກັບລະບຽບກົດໝາຍໃນແຕ່ລະວັນ ທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດ ຕໍ່ຄວາມເປັນຊາດໃຫ້ຕໍ່າລົງ.

ປະກົດການດັ່ງກ່າວ, ໄດ້ສົ່ງຜົນກະທົບຢ່າງຫລວງຫລາຍ ເຮັດໃຫ້ສະພາບອັດຕາແລກປ່ຽນຂອງພວກເຮົາໃນໄລຍະທ້າຍເດືອນມີນາ-ເດືອນເມສາ ໄດ້ເໜັງຕີງແຮງ ໃນທິດທາງອ່ອນຄ່າຫລາຍກວ່າລະດັບດຸນຍະພາບ ດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ. ພ້ອມນີ້, ການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ເກີນລະດັບທີ່ຄວນຈະເປັນ ຈະສົ່ງຜົນກະທົບຕໍ່ທຸກພາກສ່ວນໃນສັງຄົມ ທັງພາກລັດ ກໍຄື ພາກເອກະຊົນ ເຊິ່ງສົ່ງຜົນໃຫ້ພັນ ທະໃນການຊໍາລະກັບຕ່າງປະເທດ ຂອງພວກເຮົາໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍລິການ, ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງພວກເຮົາທຸກຄົນໃນສັງຄົມ.

ໃນຂະນະທີ່ລາຍຮັບຕໍ່ຫົວຄົນ ເມື່ອຄິດໄລ່ເປັນເງິນຕາຕ່າງປະເທດຈະຫລຸດລົງ ສົ່ງຜົນກະທົບດ້ານລົບຕໍ່ສະຖານະພາບ ດ້ານການພັດທະ ນາເສດຖະກິດຂອງປະເທດ ແລະ ຊື່ສຽງຂອງຊາດ ໃນເວທີສາກົນ ເຖິງວ່າພວກເຮົາຈະບໍ່ສາມາດຄວບຄຸມປັດໄຈພາຍນອກປະເທດໄດ້ ແຕ່ທະນາຄານແຫ່ງ ສປປ ລາວ ເຊື່ອໝັ້ນວ່າ: ຖ້າພວກເຮົາທຸກຄົນ ທຸກພາກສ່ວນ ທຸກສາຍອາຊີບ ທັງພາກລັດ ແລະ ເອກະຊົນ ກໍາໄດ້ສະພາບຄວາມເປັນຈິງ ແລະ ຕັດສິນໃຈເປັນຈິດໜຶ່ງໃຈດຽວກັນ ຮ່ວມມືກັນແກ້ໄຂ, ເຊື່ອແນ່ວ່າພວກເຮົາຈະສາມາດຜ່ານຜ່າ ບັນຫາອັດຕາແລກປ່ຽນ ທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ໂດຍສະເພາະສະພາບການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງລະບົບທະນາຄານ ແລະ ອັດຕາແລກ ປ່ຽນຢູ່ນອກລະບົບໄດ້.

ທີ່ມາຂ່າວ: ຂປລ

Related Posts

Leave a Reply

Your email address will not be published.