ອາເມລິກາ ຊ່ວຍ 2 ລ້ານໂດລາ ເພື່ອບໍລິການ ວັກຊີນ ຕອບໂຕ້ພະຍາດ ໂຄວິດ-19 ຢູ່ລາວ.
ຂປລ. ໃນວັນທີ 13 ກັນຍາ 2021 ນີ້, ລັດຖະບານ ສະຫະລັດອາເມລິກາ ໄດ້ສະໜອງທຶນ 2 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ເຂົ້າໃນໂຄງການສະໜັບສະໜູນ ກະຊວງສາທາລະນະສຸກ ໃນການບໍລິການວັກຊີນກັນພະຍາດ ໂຄວິດ ຢູ່ ສປປ ລາວ ໂດຍຜ່ານອົງການພັດທະນາສາກົນສະຫະ ລັດອະເມລິກາ (USAID), ໃຫ້ແກ່ອົງການ UNICEF ແລະ ອົງການອະນາໄມໂລກ (WHO).
ໃຫ້ກຽດເຂົ້າຮ່ວມມອບ-ຮັບທຶນ ແລະ ເປີດໂຄງການດັ່ງກ່າວ ມີທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Peter Haymonh ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ພ້ອມດ້ວຍ ຜູ້ຕາງໜ້າອົງການ UNICEF, ອົງການອະນາໄມໂລກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.ໂອກາດດັ່ງກ່າວ,
ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອຢ່າງທັນການ ຂອງລັດຖະບານສະຫະລັດອາເມລິກາ ໃນຄັ້ງນີ້ ກໍຄືຫລາຍຄັ້ງຜ່ານມາ ຊຶ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ ສະຫະລັດອາເມລິກາ ຕໍ່ລັດຖະບານ ສປປ ລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ.
ການຊ່ວຍເຫລືອໃນງົບປະມານ 2 ລ້ານ ໂດລາສະຫະລັດຄັ້ງນີ້ ແມ່ນໄດ້ມີແຜນເພື່ອໄປຈັດຕັ້ງປະຕິບັດກິດຈະກຳຊ່ວຍເຫລືອ ແຈກຢາຍວັກຊີນກັນໂຄວິດ-19 ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍ ຫລື ບຸກຄົນທີ່ເປັນບູລິມະສິດໃນການຮັບວັກຊີນ ແລະ ການຕິດຕາມ.
ຄວາມຄືບໜ້າໃນການດຳເນີນງານ ແຜນກິດຈະກໍາການແຈກຢາຍວັກຊີນດັ່ງກ່າວ ເພື່ອຮັບປະກັນໃຫ້ປະຊາຊົນລາວ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ ໄດ້ທັນເວລາ; ລັດຖະບານຈຶ່ງມີການວາງນະໂຍບາຍ, ແຜນການ ແລະ ຮ່ວມມືຈາກຫລາຍພາກສ່ວນ ທັງພາກລັດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ.
ນອກນັ້ນ ຍັງເຫັນວ່າ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານແພດ ແລະ ສ້າງຄວາມເຂັ້ມ ແຂງດ້ານພະລາທິການ ໃຫ້ຂະແໜງສາທາລະນະສຸກ ກໍມີຄວາມສໍາຄັນຫລາຍເຊັ່ນກັນ.
ການຊ່ວຍເຫລືອ ໃນຄັ້ງນີ້, ແມ່ນມີຄວາມຈຳເປັນໃນໄລຍະທີ່ສະພາບການຂອງ ສປປ ລາວ ມີຄວາມຮີບດ່ວນ ເພື່ອທີ່ຈະບັນ ລຸ ເປົ້າໝາຍການສັກຢາວັກຊີນ ໃຫ້ໄດ້ຕາມຄາດໜາຍ 70% ຂອງປະຊາກອນທັງໝົດ.
