ອີງຕາມການຖະແຫລງຂ່າວຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ວັນທີ 17 ສິງຫາ 2021 ນີ້ ໃຫ້ຮູ້ວ່າ:

ສປປ ລາວ ເຮົາໄດ້ສຸ່ມກວດຕົວຢ່າງເພື່ອຊອກຫາສາຍພັນ ຈາກແຮງງານລາວ, ໃນນັ້ນ ກວດພົບເຫັນສາຍພັນເດວຕ້າພລັສ (Delta plus) ຈຳນວນ 2 ຄົນ, ແຕ່ກໍ່ບໍ່ໃຫ້ບັນດາທ່ານແຕກຕື່ນ,

ວິຕົກກັງວົນເກີນເຫດ ເພາະເປັນການກາຍພັນຈາກສາຍພັນເດວຕ້າ ມາເປັນ ເດວຕ້າພລັສ ເຊິ່ງປະເທດເພື່ອນບ້ານ ກໍ່ກວດພົບເຫັນເຊັ່ນດຽວກັນ.
