ແບບນີ້ກໍມີເນາະ! ລັກແອບແຊບກັບແຟນເກົ່າທີ່ໜ້າຕາດີ ຍ້ອນຢ້ານລູກອອກມາຂີ້ລ້າຍຄືຜົວຕົນເອງ

ສາວຢ້ານລູກເກີດອອກມາໜ້າຕາຂີ້ລ້າຍ ເລີຍໄປແອບແຊ໊ບ ກັບແຟນເກົ່າສຸດຫຼໍ່ ຫວັງໃຫ້ລູກອອກມາໜ້າຕາດີ ຈົນມີລູກ 4 ຄົນແລ້ວ ກ່ອນໂຊກບໍ່ເຂົ້າຂ້າງ ຄວາມລັບກຳລັງຈະແຕກເພາະຕ້ອງກວດດີເອັນເອ.

ເວບໄຊ້ odditycentral ລາຍງານວ່າ ຍິງສາວລາຍໜຶ່ງ ກຳລັງກາຍເປັນປະເດັນທີ່ຖືກເວົ້າເຖິງກັນຢ່າງໜັກໃນໂລກອອນລາຍ ຫຼັງຈາກທີ່ໄດ້ໂທມາເລົ່າຄວາມລັບດັ່ງກ່າວຜ່ານສະຖານີວິທະຍຸ Hitz FM ແລະ ເລົ່າວ່າ ລູກທັງ 4 ຄົນຂອງຕົນເກີດຈາກແຟນເກົ່າ ແລະ ສາມີກໍ່ບໍ່ຮູ້ເລື່ອງນີ້.

ໂດຍໄດ້ເລົ່າວ່າຕົນເອງນັ້ນໄດ້ແຕ່ງງານກັບສາມີທີ່ປະສົບຄວາມສຳເລັດໃນການເຮັດວຽກ ເຂົາເປັນສາມີທີ່ເກັ່ງ ແລະ ດຸໝັ້ນ ແຕ່ໜ້າຕາເຂົາບໍ່ຫຼໍ່ ແລະ ຖືວ່າຂີ້ລ້າຍ ບໍ່ເປັນໄປຕາມສະເປັກຂອງຕົນເອງ ແຕ່ມັນກໍ່ບໍ່ໄດ້ສົ່ງຜົນຕໍ່ຊີວິດການແຕ່ງງານຂອງຕົນແຕ່ຢ່າງໃດ ແລະ ຕົນກໍ່ຮັກສາມີ ຄົນນີ້ຫລາຍ.

ຈົນມາມື້ໜຶ່ງທີ່ສາມີຂອງຕົນຢາກມີລູກ ແຕ່ຕົນເອງບໍ່ຢາກໃຫ້ລູກມີໜ້າຕາຂີ້ລ້າຍ ຄືສາມີຕົນເອງ ຈຶ່ງພະຍາຍາມຄຸມກຳເນີດທຸກວິທີທາງ ຈົນສາມີຄິດວ່າທັງຕູ່ອາດຈະມີບັນຫາດ້ານການສືບພັນຈຶ່ງພາໄປຄຣີນິກເພື່ອຂໍຄຳປຶກສາ ແຕ່ຜົນກໍ່ອອກມາວ່າທັງຄູາແຂງແຮງດີ ແລະ ພ້ອມຈະມີລູກ.

Related Posts

Leave a Reply

Your email address will not be published. Required fields are marked *