ປະທານບໍລິສັດປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ (PLUS) ຮຽກຮ້ອງໃຫ້ສັງຄົມຢ່າແຕກຕື່ນ ແລະ ວິຕົກຈົນເກີນໄປ ກ່ຽວກັບສະພາບຂາດເຂີນນໍ້າມັນເຊື້ອໄຟທີ່ເກີດຂຶ້ນໃນປັດຈຸບັນ ຈົນເຮັດໃຫ້ເກີດການຍາດແຍ່ງນໍ້າມັັນ ແລະ ນໍາໄປສູ່ການຂາດຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ (PLUS) ໄດ້ຖະແຫລງຕໍ່ສື່ມວນຊົນ ໃນວັັນທີ 13 ພຶດສະພາ 2022 ວ່າ: ສະພາບການປັດຈຸບັນ ທີ່ສັງຄົມຄິດວ່າລາວເຮົາວິກິດຂາດເຂີນນໍ້າມັນເຊື້ອໄຟ ແຕ່ຕົວຈິງແລ້ວບໍ່ໄດ້ວິກິດຂະໜາດນັ້ນ ແຕ່ເກີດຈາກຄວາມແຕກຕື່ນຂອງປະຊາຊົນຫລາຍກວ່າ ແລະເປັນຜົນທາງຈິດຕະສາດຫລາຍກວ່າການຂາດເຂີນນໍ້າມັນ ເພາະປັດຈຸບັນ ບໍລິສັດ PLUS ໄດ້ຮ່ວມກັບລັດຖະບານແກ້ໄຂບັນ ຫາຫລາຍດ້ານ ໂດຍສະເພາະໃນຫລາຍມື້ຜ່ານມານີ້ ໄດ້ປະຊຸມຮ່ວມກັບລັດຖະບານ ແລະ ທະນາຄານ ແຫ່ງ ສປປ ລາວ ເພື່ອຄົ້ນຄ້ວາແກ້ໄຂບັນຫານໍ້າມັນ ເຊີ່ງຕົ້ນຕໍຂອງບັນຫາແມ່ນການຂາດເຂີນເງິນຕາ.
ເນື່ອງຈາກຄວາມແຕກຕື່ນຂອງປະ ຊາຊົນແລ້ວພາກັນກັກຕຸນເງິນຕາ ເຊີ່ງໃນຕົວຈິງບໍ່ແມ່ນປະເທດລາວຂາດດຸນການຄ້າ ເພາະໃນ 3 ເດືອນຕົ້ນປີນີ້ ລາວເຮົາເກີນດຸນຫລາຍກ່ວາ 500 ລ້ານໂດລາ ເຮັດໃຫ້ສະກຸນເງິນຕາທີ່ມີໃນສັງຄົມປັດຈຸບັນພຽງພໍໃນການຮັບໃຊ້ ແຕ່ຍ້ອນປະ ຊາຊົນແຕກຕື່ນຫລາຍເກີນໄປ ເຮັດໃຫ້ມີການກັກຕຸນສິນຄ້າ ແລະ ກັກຕຸນເງິນຕາ ຈິ່ງສົ່ງຜົນຕໍ່ການຈໍລະຈອນຂອງເງິນຕາໃນລະບົບ ຍ້ອນຜູ້ນໍາເຂົ້ານໍ້າມັນບໍ່ສາມາດແລກປ່ຽນເງິນຕາໄດ້ ແລະ ເຮັດໃຫ້ເງິນກີບນັບມື້ອ່ອນຄ່າ.

ທ່ານກ່າວຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ຂໍໃຫ້ສັງຄົມຢ່າແຕກຕື່ນຈົນເກີນໄປ ເພາະສະພາບການທີ່ເກີດຂຶ້ນບໍ່ໄດ້ເກີດສະເພາະຢູ່ປະເທດລາວ, ປະເທດອື່ນໆ ກໍເກີດຂຶ້ນເຊັ່ນດຽວກັນ, ແຕ່ປະຊາຊົນບໍ່ແຕກຕື່ນສັງຄົມເຂົາເຈົ້າຈິ່ງບໍ່ວຸ້ນວາຍ, ກົງກັນຂ້າມໃນສັງຄົມລາວປັດຈຸບັນ ຍ້ອນຄວາມແຕກຕື່ນ ຈິ່ງເຮັດໃຫ້ມີການຍາດແຍ່ງນໍ້າມັນ ແຕ່ບໍ່ແມ່ນການແບ່ງປັນ, ປັດຈຸບັນ ຫລາຍປໍ້າບໍ່ສາມາດນໍາເຂົ້ານໍ້າມັນໄດ້ ຍ້ອນບໍ່ສາມາດແລກປ່ຽນເງິນຕາໄດ້,
ການແລກເງິນຕາບໍ່ໄດ້ ບໍ່ໝາຍຄວາມວ່າບໍ່ມີເງິນຕາ ແຕ່ຍ້ອນມີການກັກຕຸນເງິນຕາຈິ່ງເຮັດໃຫ້ແລກປ່ຽນເງິນຕາບໍ່ໄດ້, ສະນັ້ນ ຖ້າປະຊາຊົນຢຸດການແຕກຕື່ນ, ລວມເຖີງບໍ່ເອົາກະຕຸກ, ຖັງ ແລະ ອື່ນຯ ໄປຍາດແຍ່ງໃສ່ນໍ້າມັນຕາມປໍ້າເພື່ອໄປເກັບໄວ້ ເພາະຢ້ານຂາດເຂີນນໍ້າມັນໃນຕໍ່ໜ້າ ແຕ່ຫັນມາຈຸນເຈືອ ແລະ ຮູ້ແບ່ງປັນກັນຈະເຮັດໃຫ້ການຊົມໃຊ້ນໍ້າມັນໃນສັງຄົມພຽງພໍ.

ທ່ານ ຈັນທອນ ສິດທິໄຊ ຍັງໄດ້ຢືນຢັນວ່າ: ບໍລິສັດ PLUS ເຊີ່ງເປັນບໍລິສັດເອກະຊົນທີ່ນໍາເຂົ້ານໍ້າມັນລາຍໃຫຍ່ສຸດຂອງປະເທດລາວ ຈະຮ່ວມກັບສະມາຄົມນໍ້າມັນເຊື້ອໄຟ ນໍາເຂົ້ານໍ້າມັນເພື່ອຮັບໃຊ້ສັງຄົມບໍ່ໃຫ້ຂາດ ເພາະປັດ ຈຸບັນບໍລິສັດມີ 150 ປໍ້າ ແລະ ສາງເກັບນໍ້າມັນທົ່ວປະເທດ ແລະ ບໍ່ເຄີຍປິດປໍ້າ ໂດຍສະເພາະໄລຍະທີ່ເກີນສະພາບຂາດ ເຂີນນໍ້າມັນກໍ່ບໍ່ເຄີຍປິດປໍ້າ, ແຕ່ຍ້ອນປະຊາຊົນມີການຍາດແຍ່ງນໍ້າມັນ ເຮັດໃຫ້ຕ້ອງເປີດປໍ້າຊ້າລົງ ແລະ ປິດໄວຂຶ້ນ ຄື ເປີດຂາຍ ແຕ່ 7ໂມງ ຫາ 17 ໂມງ ຂອງທຸກມື້ ແລະ ແບ່ງປັນນໍ້າມັນໃຫ້ລົດໃຫຍ່ 300.000-500.000 ກີບ/ຄັນ.
ເຊີ່ງທາງບໍລິສັດຈະສືບຕໍ່ບໍລິການນໍ້າມັນແກ່ສັງຄົມຈົນທຸກຢ່າງເຂົ້າສູ່ສະພາບປົກກະຕິ ແລະ ຕະຫລອດໄປ. ພ້ອມນີ້, ທ່ານ ກ່າວຢໍ້າວ່າ: ການສະໜອງນໍ້າມັນຮັບໃຊ້ສັງຄົມຈະບໍ່ຂາດ ແຕ່ຖ້າຈະຂາດກໍຍ້ອນພວກເຮົາແຕກຕື່ນຈົນເກີນໄປ ເພາະຖ້າຮູ້ຈັກແບ່ງປັນຈະພຽງພໍ ແຕ່ຖ້າຍາດແຍ່ງກັນຈະບໍ່ມີມື້ພຽງພໍ ເພາະວິກິດຈະບໍ່ເກີດຈາກນໍ້າມັນ ແຕ່ມັນຈະເກີດຈາກນໍ້າມືຂອງພວກເຮົາ ຖ້າພວກເຮົາແຕກຕື່ນ, ກັກຕຸນເງິນຕາ ແລະ ມີການຍາດແຍ່ງນໍ້າມັນຄືທີ່ເກີດຂຶ້ນໃນປັດຈຸບັນນີ້.
