ລະວັງກັນແດ່ເດີ້…!!! ໃນການຫາຢູ່ຫາກິນກະດາຍ ບໍ່ຢາກໃຫ້ເປັນດັ່ງເຫດການນີ້..ຄົນເມົາເຫັດ ເບື່ອເຫັດ.

ໃນວັນທີ12/09/2021 ເວລາ16:40ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າມີຄົນເບື່ອເຫັດ ຢູ່ເຂດບ້ານນາໂນ ເມືອງໄຊເຊດຖາ ແຂວງນະຄອນຫຼວງວຽງຈັນ.

ດັ່ງນັ້ນ ທີມກູ້ຊີບກູ້ໄພນະຄອນຫຼວງເຂດ2ຈຸດເມືອງຫາດຊາຍຟອງຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ1ຄົນ ເພດຍິງ ອາຍຸ35ປີ ບ້ານນາໂນ ເມືອງໄຊເຊດຖາ ນວ..

ອາການເບື້ອງຕົ້ນແມ່ນ: ຫາຍໃຈບໍ່ສະດວກ ຖ່າຍແລະຮາກ.

ດັ່ງນັ້ນທີມກູ້ຊີບ-ກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງໂດຍດວ່ນ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າ.

ແນວໃດກໍ່ຕາມຂໍໃຫ້ລະມັດລະວັງ ໃນການຫາຢູ່ຫາກິນຖ້າບໍ່ເຄີຍກິນກໍ່ຢ່າໄປກິນເດີ້ທຸກຄົນ..

Related Posts

Leave a Reply

Your email address will not be published. Required fields are marked *