ຫວຍພັດທະນາ ດຳເນີນກິດຈະການເພື່ອຜ່ອນຄາຍຜູ້ມັກສ່ຽງໂຊກ-ຊິງລາງວັນ, 6 ເດືອນຕົ້ນປີ ຈຳໜ່າຍຫວຍໄດ້ 1.615 ຕື້ກີບ.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແມ່ນຫົວໜ່ວຍທຸລະກິດໜຶ່ງທີ່ຂຶ້ນກັບການຄຸ້ມຄອງໂດຍກົງຂອງກະຊວງການເງິນ ໂດຍດຳເນີນກິດຈະການຫວຍເພື່ອເປັນການພັກຜ່ອນຢ່ອນອາລົມຂອງຜູ້ມັກສ່ຽງໂຊກ-ຊິງລາງວັນຄຽງຄູ່ກັນນີ້, ຍັງສ້າງວຽກເຮັດງານທຳ, ລາຍໄດ້ແກ່ຜູ້ຂາຍຫວຍ, ສ້າງລາຍຮັບງົບປະມານດ້ວຍການເກັບກູ້ເງິນສົດສ່ວນໜຶ່ງທີ່ຈໍລະຈອນໃນສັງຄົມເຂົ້າສູ່ລະບົບການເງິນ-ທະນາຄານນຳອີກດ້ວຍ.
ອີງຕາມການໃຫ້ສຳພາດຂອງ ທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ວ່າ: ການດຳເນີນທຸລະກິດແມ່ນໄດ້ນຳໃຊ້ຫຼາຍພາກສ່ວນເສດຖະກິດເຂົ້າຮ່ວມໃນການຈຳໜ່າຍຜະລິດຕະພັນຫວຍພັດທະນາທຸກປະເພດຕາມມາດຖານເງື່ອນໄຂ ແລະ ລະບຽບການທີ່ໄດ້ກຳນົດໄວ້, ບັນດາຕົວແທນຈຳໜ່າຍຫວຍພັດທະນາລ້ວນແຕ່ເປັນຄົນລາວ, ຊຶ່ງໄດ້ຮັບການສ້າງຕັ້ງຕາມການເຫັນດີຂອງອຳນາດການປົກຄອງ ແລະ ຄຸ້ມຄອງການເຄື່ອນໄຫວຈຳໜ່າຍພາຍໃຕ້ລະບຽບກົດໝາຍ.

ປັດຈຸບັນຫວຍພັດທະນາ ພິມ-ຈຳໜ່າຍຫວຍພັດທະນາທຸກປະເພດທີ່ໄດ້ຮັບອະນຸຍາດປະກອບມີ: ຫວຍເລກ 6 ໂຕ, ເລກ 5 ໂຕ 4 ໂຕ, ເລກ 3 ໂຕ, ເລກ 2 ໂຕ, ເລກ 1 ໂຕທ້າຍ, ຫວຍຕຳລາຝັນ 3/40, ຫວຍຂູດ ແລະ ມີຕົວແທນຈຳໜ່າຍຫວຍພັດທະນາທົ່ວປະເທດທັງໝົດ 52 ຕົວແທນ, ມີສະມາຊິກຜູ້ຂາຍຫວຍປະມານ 20 ພັນກວ່າຄົນ, ມີເຄື່ອງຂາຍຫວຍຂື້ນທະບຽນແລ້ວຈຳນວນ 37.483 ເຄື່ອງ, ມູນຄ່າຈຳໜ່າຍຫວຍພັດທະນາທຸກປະເພດ 6 ເດືອນຕົ້ນປີ 2021 ປະມານ 1.615 ຕື້ກີບເທົ່າກັບ 123,76% ຂອງແຜນການ, ລື່ນແຜນການ 23,76 % ຂອງຕົວເລກແຜນການຈຳໜ່າຍ.

ຂ່າວກະຊວງການເງິນ, ອ່ານເພີ່ມໄດ້ທີ່ https://www.mof.gov.la/index.php/2021/09/10/laolottery