ປາດໂທ້ເກັ່ງແທ້ບັກຫຼ້າ! ນັກຮຽນ ປໍ 2 ສະເໝີຮຽນ ມໍ7 ເລີຍ ເພາະຕົນເອງສະຫຼາດໂພດ

ທ້າວປິຕິ ນັກຮຽນ ມ2 ຖາມເອື້ອຍຄູວ່າ ຫລັງຈາກເລີກຮຽນແລ້ວລົມນຳໄດ້ບໍ ? ເອື້ອຍຄູຮັບປາກວ່າ ໄດ້.

ເອື້ອຍຄູ : ລົມໄດ້ບາດນີ້. ນ້ອງມີຫຍັງບໍ?
ປິຕິ : ນ້ອງຄິດວ່າ ຖ້າສົມທຽບໃສ່ຫມູ່ໃນຫ້ອງນີ້ ນ້ອງສະຫລາດໂພດ ຮຽນກໍຮູ້ສຶກລຳຄານ. ນ້ອງຢາກຂຶ້ນໄປຮຽນຢູ່ຊັ້ນ ມ7 ໂລດໄດ້ບໍ ?

ເອື້ອຍເອົາເລື່ອງນີ້ໄດ້ລົມນຳທ່ານອຳນວຍການ ແລ້ວນັດທ້າວປິຕິໄປທົດສອບຄວາມສະຫລາດ ແລະກໍມີເອື້ອຍຄູນຳຮ່ວມສຳພາດນຳ.

ທ່ານອຳນວຍການ : 36ຄູນ49 ອອກເທົ່າໃດ?

ປິຕິ : 1764

ທ່ານອຳນວຍການ : 363ຄູນ363 ອອກເທົ່າໃດ?

ປິຕິ : 131769

ການທົດສອບດຳເນີນໄປປະມານເຄິ່ງຊົ່ວໂມງ ທ້າວປິຕິບໍ່ຄາຈັກຄຳຖາມ. ທ່ານອຳນວຍການເລີຍມອບໃຫ້ເອື້ອຍຄູສຳພາດ.

+ ງົວມີ4 ແລະ ເອື້ອຍມີສອງ ແມ່ນຫຍັງ ?

– ຂາ

+ ຢູ່ໂສ້ງເອື້ອຍແລະໂສ້ງນ້ອງມີຫຍັງ?

– ຖົງ

+ ຢູ່ບ່ອນໃດ ຜູ້ຍິງມີຂົນກູດຫລາຍກວ່າຫມູ່ ?

– ອາຝຣິກ

+ ແມ່ນຫຍັງອ່ອນໆ ເວລາຖືກມືຜູ້ຍິງແລ້ວແຂງ ?

– ສີທາເລັບ

+ ແມ່ນຫຍັງ ຢູ່ກາງຂາ?.

– ຫົວເຂົ່າ.

+ ຕອນຜູ້ຍິງຍັງໂສດ ມັນແຄບ ບາດເອົາຜົວແລ້ວກວ້າງອອກ ແມ່ນຫຍັງ ?

– ຕຽງ.

+ ສ້ວນໃດຂອງຮ່າງກາຍເຮົາ ປຽກຢູ່ຕະຫລອດເວລາ?

– ລີ້ນ.

+ ແມ່ນຫຍັງ ຂຽນຂຶ້ນຕົ້ນດ້ວຍ ຫ ບາງຄັ້ງແຫ້ງ ບາງຄັ້ງມີນ້ຳ ?

– ຫ້ວຍ.

ພໍຮອດຄຳຖາມນີ້ ອຳນວຍການທີ່ກຳລັງເຫື່ອແຕກນຳຄຳຖາມເອື້ອຍຄູສອດຂຶ້ນວ່າ
ອຳນວຍການ : ສົ່ງລາວໄປຮຽນ ດົງໂດກເລີຍ. ຂ້ອຍເອງຍັງຕອບບໍ່ໄດ້ຄຳຖາມຍາກແບບນີ້.

ປຫລ່ງທີ່ມາ: ສັດທາຄວາມເຊື້ອ

Related Posts

Leave a Reply

Your email address will not be published. Required fields are marked *