ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ໃນວັນທີ 10.09.2021 ນີ້ ໃຫ້ຮູ້ວ່າ:

ກ່ອນໜ້ານີ້ ໄດ້ຖະແຫຼງ ກ່ຽວກັບ ການນຳໃຊ້ຢາພື້ນເມືອງລາວ ເຂົ້າປິ່ນປົວເຂົ້າໃນຄົນເຈັບໂຄວິດ ໂດຍສະເພາະໃນບັນດາ ແຂວງພາກໃຕ້: ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ.

ຢາພື້ນເມືອງທີ່ມີສ່ວນປະກອບຂອງ ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ແມ່ນຊ່ວຍເສີມສ້າງພູມຄຸມກັນຂອງຮ່າງກາຍໃຫ້ດີຂື້ນ
ທັງສາມາດບັນເທົາ ແລະ ຊ່ວຍປິ່ນປົວ ພະຍາດທາງລະບົບຫາຍໃຈ ລວມທັງພະຍາດ ໂຄວິດ-19 ນີ້.
