ແມ່ລ້ຽງດ່ຽວໄວ 50 ປີ ຍ່າງສົ່ງອາຫານມື້ລະ 10 ກິໂລ ຫາເງິນປະທັງຊີວິດ ເລື່ອງລາວຂອງຄົນສູ້ຊີວິດ ທີ່ສື່ຕ່າງປະເທດນຳສະເໜີເລື່ອງລາວນີ້ວ່າ ພະນັກງານສົ່ງອາຫານຂອງບໍລິສັດ ຟູດແພນດ້າ ທີ່ບໍ່ມີຍານພາຫະນະໃດໆ ລາວເລືອກຍ່າງສົ່ງອາຫານໃຫ້ລູກຄ້າ.
ລາວຊື່ ໂຊເຟຍ ໄວ 50 ປີ ເປັນແມ່ລ້ຽງດ່ຽວ ລາວລ້ຽງລູກພຽງລຳພັງຈົນຕອນນີ້ລູກຊາຍເຕີບໃຫຍ່ອາຍຸ 29 ປີແລ້ວ ກ່ອນໜ້ານີ້ເຮັດວຽກເປັນສະໝຽນ ແຕ່ຊ່ວງເດືອນມັງກອນປີທີ່ຜ່ານມາບໍລິສັດປິດຕົວລົງເຮັດໃຫ້ເຂົາກາຍເປັນຄົນວ່າງງານທັນທີ

ເຮັດໃຫ້ເຂົາຕັດສິນໃຈເປັນພະນັກງານສົ່ງອາຫານໃນບໍລິເວນຖະໜົນ Gaya ຈົນເຖິງປັດຈຸບັນ ລູກຊາຍກໍ່ບໍ່ໄດ້ຫ້າມໃຫ້ແມ່ໄປເຮັດວຽກນີ້ ແຕ່ຂໍໃຫ້ຄຳນຶງເຖິງຄວາມປອດໄພເປັນຫຼັກກໍພໍ.
ສຸດທ້າຍລາວກໍ່ບອກວ່າ ເຖິງວ່າລາວຈະຕ້ອງຜະເຊີນກັບບັນຫາຢ່າງຫຼວງຫຼາຍ ແຕ່ນັ້ນກໍ່ບໍ່ໄດ້ເຮັດໃຫ້ລາວທໍ້ຖອຍແລະຍ່ຳຢູ່ກັບທີ່ ເພາະຖ້າລາວຍອມແພ້ກໍ່ຄືອົດ ທຸກຄົນລ້ວນຕ້ອງພົບກັບບັນຫາອຸປະສັກຢ່າງຫຼວງຫຼາຍໃນຊີວິດ ແຕ່ຢ່າເອົາສິ່ງເຫຼົ່ານັ້ນມາເປັນຂໍ້ອ້າງໃນການໃຊ້ຊີວິດເດັດຂາດ
