ການຕິດເຊື້ອໂຄວິດເພີ່ມໃນຮອບໃໝ່ນີ້ ສ່ວນໃຫຍ່ແມ່ນມາຈາກສາຍພັນໂອມິຄຣອນ (ມີຄຮິບ)

ທ່ານດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫລງຂ່າວໃນວັນທີ 18 ມີນາ 2022 ໂດຍບອກວ່າ: ຕົວເລກການລາຍງານປະຈຳວັນ ພົບການຕິດເຊື້ອໃໝ່ໃນປະເທດມີທ່າອຽງເພີ່ມຂຶ້ນ. ຂະນະທີ່ແຕ່ຕົ້ນເດືອນມີນາຮອດມື້ນີ້ ມີຜູ້ຕິດເຊື້ອ 7.672 ຄົນ ແລະ ໃນຈຳນວນນີ້ສະເພາະວັນທີ 17 ມື້ດຽວມີເຖີງ 1.508 ຄົນ.

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວອີກວ່າ: ຈາການສຸ່ມຕົວຢ່າງກວດຊອກຫາສາຍພັນໂອມິຄຣອນ ເຊິ່ງປັດຈຸບັນ ກວດພົບສາຍພັນດັ່ງກ່າວ 43 ຄົນ, ໃນນີ້ນໍາເຂົ້າ 38 ຄົນ ແລະ 5 ຄົນເກີດໃນປະເທດ ແລະ ບໍ່ຮູ້ແຫຼ່ງທີ່ມາ. ຕາມບົດຮຽນຂອງຫຼາຍປະເທດ ຖ້າກວດພົບໂອມິຄຣອນໃນຊຸມຊົນໂດຍບໍ່ຮູ້ທີ່ມາ ຖືວ່າມີການລະບາດໃນຊູມຊົນ. ຈາກນີ້ຈຶ່ງເຊື່ອວ່າ: ການຕິດເຊື້ອໂຄວິດເພີ່ມຂຶ້ນຮອບໃໝ່ນີ້ມາຈາກສາຍພັນໂອມິຄຣອນເຊິ່ງເປັນເຊື້ອທີ່ຕິດໄດ້ງ່າຍທີ່ສຸດ.

ປັດຈຸບັນ, ການເຄື່ອນໄຫວໃນສັງຄົມຂອງບາງກຸ່ມຄົນລະເຫຼີງໂດຍການໄປງານສັງຄົມຕ່າງໆ ບໍ່ປະຕິບັດມາດຕະການປ້ອງກັນໂຕເອງ (ບໍ່ໃສ່ໃສ່ຜ້າອັດປາກອັດດັງ ) ແລະ ບໍ່ຮັກສາໄລຍະຫ່າງທາງສັງຄົມເຮັດໃຫ້ສ່ຽງຕໍ່ການສົ່ງເຊື້ອພະຍາດຈາກຜູ້ນີ້ຫາຜູ້ອື່ນ ໂດຍສະເພາະ ຖ້າແມ່ນສາຍພັນໂອມິຄຣອນສາມາດຕິດເຊື້ອໄດ້ໄວ ແລະ ແພ່ເປັນວົງກວ້າງໄວທີ່ສຸດ.

ສະນັ້ນ ເພື່ອເຝົ້າລະວັງ ແລະ ຄວບຄຸມການລະບາດຂອງພະ ຍາດໂຄວິດ-19 ໂດຍສະເພາະສາຍພັນໂອມິຄຣອນບໍ່ໃຫ້ເປັນວົງກ້ວາງໃນປະເທດຂອງພວກເຮົາ, ທຸກຄົນ ຕ້ອງມີສະຕິລະວັງຕົວໃຫ້ຫລາຍກວ່າເກົ່າ ໂດຍເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນເພິີ່ມທະວີປ້ອງກັນຕົນເອງຢ່າງເຂັ້ມງວດ ເຮັດເປັນປະຈຳ ແລະ ໃຫ້ກາຍ ເປັນຄວາມຊິນເຄິີຍ, ທຸກຄົນໃນສັງຄົມໃຫ້ໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍສະເພາະຜູ້ທີ່ຢູ່ໃນກຸ່ມສ່ຽງ ລວມທັງການສັກເຂັມກະຕຸ້ນ ເພື່ອຫຼຸດຜ່ອນອາການເຈັບເປັນຂັ້ນຮຸນແຮງ.

ກ້າວໄປເຖິງຂັ້ນ ເສຍຊີວິດ, ເພີ່ມທະວີການຕິດຕາມ ແລະ ກວດກາຜູ້ທີ່ເດີນທາງມາຈາກປະເທດທີ່ມີການລະບາດສາຍພັນໂອມິຄຮອນ, ຄອບຄົວ ແລະ ຍາດພີ່ນ້ອງ ຮ່ວມມືໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ ແລະອົງການປົກຄອງ, ເພີ່ມທະ ວີຕິດຕາມ, ກວດກາ, ລາດຕະເວນຕາມຊາຍແດນເພື່ອສະກັດກັ້ນຄົນເຂົ້າເມືອງບໍ່ຖືກລະບຽບຫຼັກການໂດຍ ສະເພາະເຂດຊາຍແດນຕິດກັບປະເທດໃກ້ຄຽງທີ່ມີການລະບາດສາຍພັນໂອມິຄຣອນ, ທຸກຄົນໃນສັງຄົມໃຫ້ຮັບຟັງຂໍ້ມູນຂ່າວສານຢ່າງມີສະຕິ, ຕິດຕາມຂ່າວສານທີ່ເປັນທາງການ ແລະ ບໍ່ສົ່ງຕໍ່ຂ່າວລືຕ່າງໆທີ່ບໍ່ເປັນທາງການເພື່ອບໍ່ໃຫ້ເກີດຄວາມສັບສົນ.

Related Posts

Leave a Reply

Your email address will not be published. Required fields are marked *