News

ດ່ວນ! ປັບຂຶ້ນລາຄານໍ້າມັນ

ດ່ວນ! ປັບຂຶ້ນລາຄານໍ້າມັນ ຄັ້ງທີ 7 ຂອງປີ 2022ເລີ່ມປະຕິບັດເວລາ 14 ໂມງ 00 ວັນທີ 18 ມີນາ 2022

ດ່ວນ ເລື່ອງ: ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ເລກທີ 0301 / ອຄ ລົງວັນທີ 18 ມີນາ 2022

ເລີ່ມ 18 ມີນາ, 14:00 ທົ່ວປະເທດ

  • ການປັບລາຄານ້ໍາມັນເຊື້ອໄຟ ຄັ້ງນີ້ ແມ່ນໄດ້ປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ທຸກຊະນິດ ຄື:

ນ້ໍາມັນແອັດຊັງພິເສດ ປັບຂຶ້ນ 1.530 ກິບ/ລິດ,

ນ້ໍາມັນແອັດຊັງທໍາມະດາ ປັບຂຶ້ນ 1.270 ກີບ/ລິດ

ນ້ໍາມັນກາຊວນ ປັບຂຶ້ນ 1.730 ກີບ/ລິດ.

  • ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ ສະບັບເລກທີ 0202/ກຄພນ, ລົງວັນທີ 17 ມີນາ 2022 ຈົນກວ່າຈະມີການປ່ຽນແປງ.
  • ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.
  • ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0260/ອຄ, ລົງວັນທີ 09 ມີນາ 2022.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າປອ.ຄໍາແພງ ໄຊສົມແພງ

ປັບຂຶ້ນລາຄານໍ້າມັນ #ຄັ້ງທີ7

Related Articles

Leave a Reply

Your email address will not be published. Required fields are marked *

Back to top button