ໂອກາດດີມາຮອດແລ້ວ! ສຳລັບຜູ້ວ່າງງານທີ່ສົນໃຈ ຢາກຝຶກສີມືໄລຍະສັ້ນສາຂາຊ່າງ ຕັດຫຍິບເສື້ອຜ້າ (ຮຽນຟຣີ ມີຫໍພັກໃຫ້ຢູ່ຟຣີ)

ໃຜສົນ ໃຈຢາກຝຶກສີມືໄລຍະສັ້ນ (10 ວັນ ຟີຣ) ສາຂາຊ່າງ ຕັດຫຍິບເສື້ອຜ້າ ຈໍານວນ 43 ຄົນ ເພື່ອບັນຈຸເຂົ້າເຮັດວຽກທີ່ ບໍລິສັດ ຕັດຫຍິບ ອາເດັນ ໂຄດທິງ ຕັ້ງຢູ່ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ(ມີຫໍພັກໃຫ້ຢູ່ຟຣີ).

ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ປະກາດຮັບສະຫມັກ, ແຮງງານລາວທີ່ຖືກກະທົບຈາກພະຍາດໂຄວິດ-19 ແລະ ຜູ້ວ່າງງານ.

ເງິນເດືອນເລີ່ມຕົ້ນ1,400,000-2,500,00/ເດືອນ ສົນໃຈໂທຣ: 030 9210 090, 020 5975 2666 (ລາຍລະອຽດຜູ້ທີ່ຈະຝຶກແລະເຮັດວຽກຕົວຈິງຕ້ອງໄດ້ເຂົ້າມາປະກອບໃບສະຫມັກດ້ວຍຕົວເອງ)

1. ເງື່ອນໄຂຜູ້ສະໝັກມີດັ່ງນີ້: ອາຍຸ 18-35 ປີ(ເພດຍິງ) ເປັນຜູ້ທີ່ໄດ້ຮັບການສັກຢາວັກຊີນຄົບ ຕ້ອງແມ່ນແຮງງານລາວ ຫລື ຜູ້ວ່າງງານ(ທີ່ຖືກຜົນກະທົບຈາກພະຍາດໂຄວິດ-19)

2. ສະຫວັດດີການ: ຕະຫຼອດໄລຍະການຝຶກ 10 ວັນ, ແຕ່ວັນທີ20-29/9/202 ການກິນ,ການພັກເຊົາແມ່ນທາງສູນຮັບຜິດຊອບ ພາຍຫຼັງສໍາເລັດການຝຶກ 10 ວັນ ຈະໄດ້ເດີນທາງຂຶ້ນໄປນະຄອນຫລວງວຽງຈັນເພື່ອປະກອບເຂົ້າເຮັດວຽກ.

ສະຖານທີ່ຕັ້ງຂອງສູນແມ່ນຕັ້ງຢູ່ ບ້ານ ຈັດສັນ(ຫລັກ7), ນະຄອນປາກເຊ, ແຂວງ ຈຳປາສັກ(ຝຶກ 10 ວັນ ຢູ່ແຂວງ ຈຳປາສັກແລ້ວຂຶ້ນໄປເຮັດວຽກຢູ່ນະຄອນຫລວງວຽງຈັນ) ກະນລຸນາຊ່ວຍກົດໄລກົດແຊຣເພື່ອເປີດໂອກາດໃຫ້ຜູ້ອື່ນໆໄດ້ເຂົ້າເຖິງ

ແຫລ່ງທີ່ມາ: ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ຈຳປາສັກ

Related Posts

Leave a Reply

Your email address will not be published. Required fields are marked *