
ໝັດຕໍ່ໝັດ..
ຣັສເຊຍ ຂຶ້ນບັນຊີດຳໂຈໄບເດນ ພ້ອມຄອບຄົວ ແລະຄະນະລັດຖະບານສະຫະລັດ ລາມໄປເຖິງຜູ້ທີ່ຈະລົງສະໝັກເລືອກຕັ້ງບາງຄົນທີ່ເປັນຫົວໂຈກດຳເນີນນະໂຍບາຍກຽດຊັງຣັສເຊຍ ລວມ 13 ຄົນຂອງສະຫະລັດ ວ່າເປັນບຸກຄົນບໍ່ເພິ່ງປາຖະໜາ ຫ້າມຕິດຕໍ່ພົວພັນກັບ ຫຼືດຳເນີນທຸລະກຳໃດໆກັບລັດຖະບານ ບໍລິສັດ ແລະອົງກອນເອກະຊົນຊາວຣັສເຊຍ..
ການຂຶ້ນບັນຊີດຳ ຍັງລາມໄປເຖິງຈັສຕິນທຣູໂດ ຜູ້ນຳແຄນາດາ ພ້ອມຄະນະລັດຖະບານ ແລະບຸກຄົນສຳຄັນ ລວມ 113 ລາຍຊື່ ວ່າເປັນພວກທີ່ບໍ່ເພິ່ງປະສົງ ຍ້ອນທຳຕົວເປັນປະຕິປັກຕໍ່ຣັສເຊຍ..
“..ມາດຕະການຕອບໂຕ້ເຫຼົ່ານີ້ຈະນຳໄປສູ່ການຕັດສິນໃຈກຳນົດນະໂຍບາຍໃນດ້ານຕ່າງໆຂອງຣັສເຊຍໃນຂັ້ນຕໍ່ໄປ ເພື່ອຮັບປະກັນສະເຖຍລະພາບທາງດ້ານເສດຖະກິດແລະຄວາມໝັ້ນຄົງຂອງຣັສເຊຍ..”
ກະຊວງການຕ່າງປະເທດຣັສເຊຍ ຖະແຫຼງມື້ນີ້..