News

ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນ ສປປ ລາວ

ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນ ສປປ ລາວ

ໃນວັນທີ 13 ມີນາ 2022 ນີ້, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບສະພາບລາຄານໍ້າມັນເຊື້ອໄຟ ຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນວ່າ:

ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100%, ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແມ່ນຖືກກໍານົດໂດຍກົນໄກການເໜັງຕີງ ຂຶ້ນ-ລົງ ຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ, ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫລາດໂລກ ກໍໄດ້ຖີບໂຕສູງຂຶ້ນຈົນມາເຖິງທ້າຍເດືອນກຸມພາ ແລະ

ມາຮອດປັດຈຸບັນ ທີ່ສະຖານະການຄວາມຕ້ອງການນໍ້າມັນເຊື້ອໄຟໂລກສູງຂຶ້ນ, ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄຟ ພັດບໍ່ໄດ້ເພີ່ມຂຶ້ນ ເພື່ອຮອງຮັບຢ່າງພຽງພໍ ບວກກັບສະພາບຄວາມຂັດແຍ້ງທາງເສດຖະກິດ ຂອງປະເທດມະຫາອຳນາດ ແລະ ຂໍ້ຂັດແຍ້ງອື່ນໆ.

ສົ່ງຜົນເຮັດໃຫ້ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກ ປັບຂຶ້ນສູງເຖິງ 150-180 ໂດລາສະຫະລັດຕໍ່ບາເຣວແລ້ວ

ເຊິ່ງການປັບລາຄາໃນຄັ້ງວັນທີ 10 ມີນາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ, ເຖິງວ່າການປັບລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ຂຶ້ນ 1.710 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 1.430 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 1.570 ກີບ/ລິດ ແລ້ວກໍຕາມ.

ຜ່ານມາ, ບັນຫາການກັກຕຸນນໍ້າມັນເຊື້ອໄຟ ຂອງບັນດາປໍ້ານໍ້າມັນ ກໍມີປະກົດການ ກ່ອນການປັບລາຄານໍ້າມັນເຊື້ອໄຟ ປໍ້າຈຳນວນໜຶ່ງ ກໍໄດ້ປິດເພື່ອລໍຖ້າຂາຍໃນລາຄາປັບຂຶ້ນ ເຊິ່ງມັກເກີດຂຶ້ນໄລຍະ 1 ມື້ຫາສອງມື້ກ່ອນການປັບລາຄາ

ໂດຍປະຕິບັດຕາມ ດຳລັດ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ, ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017, ມາດຕາ 82 ທີ່ກໍານົດໃຫ້ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟວ່າ:

ຫາກປິດປໍ້ານໍ້າມັນຊົ່ວຄາວ ຫລື ຖາວອນ ໂດຍບໍ່ມີເຫດຜົນ ຫລື ບໍແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທສະບານ, ນະຄອນ ແລະ ຜູ້ຊົມໃຊ້ຊາບລ່ວງໜ້າ 3 ວັນ ແມ່ນກຳນົດໃຫ້ມີການປັບໄໝ, ການຈັດຕັ້ງປະຕິບັດຜ່ານມາ ໂດຍການເປັນເຈົ້າການຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ.

ໄດ້ເຮັດການກວດກາເປັນປົກກະຕິ ຫາກເກີດເຫດການປິດປໍ້ານໍ້າມັນ ແມ່ນໄດ້ໃຊ້ມາດຕະການຕັ້ງແຕ່ການຕັກເຕືອນ, ເຮັດບົດບັນທຶກ, ກ້າວໄປເຖິງການປັບໄໝເຈົ້າຂອງປໍ້ານໍ້ມັນ;

ສະເພາະສະພາບປັດຈຸບັນ ທີ່ເຫັນວ່າຍັງມີຫລາຍປໍ້ານໍ້າມັນປິດ ພາຍຫລັງການເໜັງຕີຂອງລາຄານ້ຳມັນດັ່ງທີ່ໄດ້ກ່າວມານັ້ນ ໃນວັນທີ 9 ມີນາ 2022 ທີ່ຜ່ານມາ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ແຂວງຈໍາປາສັກ ແລະ ບັນດາແຂວງຈຳນວນໜຶ່ງ ກໍໄດ້ຍົກສູງຄວາມຮັບຜິດຊອບ

ລົງກວດກາປໍ້ານ້ຳມັນ ທີ່ປິດໂດຍບໍ່ມີເຫດຜົນ ແລະ ເຫັນວ່າເນື່ອງຈາກສະພາບລາຄາ ແລະ ການສະໜອງບໍ່ພຽງພໍ ບາງປໍ້ານໍ້າມັນ ກໍປິດລົງ ຍ້ອນບໍ່ມີນຳມັນສະໜອງໃຫ້, ແຕ່ຢ່າງໃດກໍຕາມ ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກບັນດາແຂວງ ເພື່ອເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ.

ຂໍ້ມູນ ຂປລ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button