

ຫຼາຍໆຄົນອາດຈະເຄີຍເຫັນໜ້າຕາ ຂອງ ພອຍ ເຊີມານ ( พลอย-เฌอมาลย์) ດາຣາຈາກປະເທດໄທ ຜ່ານໜ້າຈໍໂທລະພາບ ຫຼື ສື່ສັງຄົມອອນໄລນ໌ຕ່າງໆ ແລະ ເມື່ອບໍ່ດົນມານີ້ ພອຍ ກໍໄດ້ເປີດໃຈມຸມມອງຄວາມຮັກຂອງຕົນເອງກັບສຳນັກຂ່າວ ກ່ຽວກັບເລື່ອງວຽກງານ, ທັດສະນະຄະຕິການໃຊ້ຊີວິດ ແລະ.

ຄວາມສຳພັນຂອງຕົນ ກັບ ນັກສະແດງສາວຮຸ່ນນ້ອງຢ່າງ ຄລໍດີນ-ອະທິດຕະຍາ ເຄຣກ ທີ່ຫຼາຍຄົນເຊຍໃຫ້ເປັນຄູ່ແທ້ມາດົນ.ໂດຍການສຳພາດກັບສຳນັກຂ່າວໃນຄັ້ງນີ້ ເປັນການເປີດໃຈຄັ້ງທຳອິດທີ່ພອຍເລົ່າວ່າ ຄລໍດີນ ເປັນຄືໝູ່ສະໜິດແລະຄົນຮັກໃນເວລາດຽວກັນ ຢູ່ນຳກັນແລ້ວຮູ້ສຶກສະບາຍໃຈ.
ຕ່າງຄົນຕ່າງໄດ້ຮຽນຮູ້ສິ່ງໃໝ່ໆ ຈາກກັນແລະກັນ ອີກທັງບອກວ່າການຄົບກັບຜູ້ຍິງບໍ່ໄດ້ໝາຍຄວາມວ່າພອຍຈະຕ້ອງປ່ຽນໄປມີອະຄະຕິກັບຜູ້ຊາຍແຕ່ຢ່າງໃດ.“ເຂົາກໍມີປະສົບການຂອງເຂົາມາ ເຮົາຂ້ອນຂ້າງເປີດກວ້າງກັນຫຼາຍກວ່າ ແຕ່ກໍຍັງບໍ່ປິດ ທຸກມື້ນີ້ພອຍຍັງເບິ່ງວ່າຜູ້ຊາຍເປັນເພດທີ່ໜ້າສຶກສາແລະໜ້າສົນໃຈຢູ່ສະເໝີ

ບໍ່ໄດ້ແອນຕີ້ ຄວາມຮູ້ສຶກກັບຜູ້ຊາຍບໍ່ໄດ້ປ່ຽນໄປເລີຍ ພຽງແຕ່ເຮົາໄດ້ຮຽນຮູ້ຈາກການທີ່ເຮົາໄດ້ຄົບທັງຜູ້ຊາຍ ແລະ ຜູ້ຍິງວ່າມັນເປັນແບບໃດ ມີຂໍ້ແຕກຢ່າງກັນແນວໃດພອຍຍັງຮູ້ສຶກດີກັບຄວາມຮັກສະເໝີບໍ່ວ່າຈະເປັນຜູ້ຍິງຫຼືຜູ້ຊາຍ ແຕ່ວ່າ ໃນຕອນນີ້ພອຍຢູ່ກັບຄົນນີ້ເທົ່ານັ້ນ ແຕ່ທີ່ພອຍບອກວ່າຜູ້ຊາຍຍັງໜ້າຮັກ.
ບໍ່ໄດ້ໝາຍຄວາມວ່າພອຍລັກເບິ່ງຜູ້ຊາຍ ພອຍກໍຢູ່ກັບເຂົາຄົນດຽວ ສາຍຕາຄູ່ນີ້ຂອງພອຍມີໄວ້ເພື່ອຄົນຮັກຂອງຄົນຮັກຂອງພອຍເທົ່ານັ້ນ”ຕ້ອງຂໍສະແດງຄວາມຍິນດີນຳຄວາມຮັກຄັ້ງນີ້ຂອງພອຍນຳ ແລະ ຈາກບົດສຳພາດແລະທັດສະນະຄະຕິຂອງພອຍຕໍ່ເລື່ອງຄວາມຮັກຖືວ່າເປັນສິ່ງເປີດກວ້າງແທ້ໆ

ເພາະວ່າພອຍບໍ່ໄດ້ຈຳກັດວ່າຄົນຮັກຂອງຕົນຈະຕ້ອງເປັນເພດກົງກັນຂ້າມເທົ່ານັ້ນ ຂໍແຕ່ພຽງຄົບກັນ, ເຂົ້າໃຈກັນ ແລະ ຮັກກັນ ເລື່ອງເພດກໍບໍ່ມີຜົນກະທົບຫຍັງຕໍ່ຊີວິດ.

ນອກຈາກນີ້ ຖ້າໃຜໄດ້ອ່ານມາຮອດຈຸດນີ້ແລ້ວ ກໍຫວັງວ່າສັງຄົມບ້ານເຮົາຈະເປີດກວ້າງຕໍ່ຮູບແບບຄວາມສຳພັນໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຄວາມຮັກມັນບໍ່ໄດ້ຈຳກັດແຕ່ພຽງຄວາມຮັກລະຫວ່າງຊາຍຍິງເທົ່ານັ້ນ ເພາະວ່າໃຜຫຼືເພດໃດ ກໍສາມາດມີຄວາມຮັກໄດ້ສະເໝີ.
