ສື່ມວນຊົນຕາເວັນຕົກໜີຕາຍ ຫຼັງ ຣັດເຊຍປະກາດລົງໂທດຂ່າວປອມ

ທຸກຄົນທີ່ຕິດຕາມຂ່າວສານບ້ານເມືອງຈະຮູ້ດີວ່າ ທຸກວັນນີ້ສະຖານນະການລະຫວ່າງຢູເຄຼນກັບຣັດເຊຍແມ່ນກຳລັງເຄັ່ງຄຽດຫຼາຍ ຍັງເຈລະຈາກັນບໍ່ສຳເລັດ ເນື່ອງຈາກຂໍ້ຂັດແຍ້ງທີ່ເປັນມາຍາວນານອັນນຳໄປສູ່ການກໍ່ສົງຄາມລະຫວ່າງກັນ ເຊິ່ງຈຸດນີ້ໄດ້ເຮັດໃຫ້ສື່ມວນຊົນຈາກທົ່ວໂລກໃຫ້ຄວາມສຳຄັນເປັນພິເສດ ແລະໄດ້ສົ່ງຕົວແທນໃນສຳນັກຂ່າວເຂົ້າໄປສັງເກດການ ແລະລາຍງານຂ່າວໃຫ້ທັນເຫດ ມີທັງຢູ່ຢູເຄຼນ ແລະ ຣັດເຊຍ ແຕ່ພາຍຫຼັງມາປະກົດວ່າມີລາຍງານເກີນຈີງ ຣັດເຊຍຈັ່ງອອກກົດເຫຼັກໂດຍການປະກາດລົງໂທດສື່ທີ່ອອກຂ່າວປອມ.

ຕາມຂ່າວຈາກຕ່າງປະເທດລາຍງານວ່າ: ໃນວັນ​ທີ 4 ມີ​ນາ​ນີ້, ທ່ານ​ວາ​ລາ​ດີ​ເມຍ​ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໄດ້​ລົງ​ນາມ​ໃນ​ກົດ​ໝາຍ​ສະ​ບັບ​ໜຶ່ງ ໂດຍ​ໄດ້​ກຳ​ນົດ​ວ່າ: ຈະ​ລົງ​ໂທດຜູ້​ກະ​ທຳ​ຜິດ​ທີ່​ເຜີຍ​ແຜ່​ຂ່າວ​ປອມ​ກ່ຽວ​ກັບ​ທະ​ຫານ​ຣັດ​ເຊຍ, ​​ລົງ​ໂທດ​ຜູ້ໃສ່​ຮ້າຍ​ປ້າຍ​ສີ​ກອງ​ທັບ​ຣັດ​ເຊຍ ແລະ​ລົງ​ໂທດ​ຜູ້​ຮ​ຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ການ​ລົງ​ໂທດ​ຣັດ​ເຊຍ, ເຊິ່ງໂທດ​ສູງ​ສຸດ​​ຈາກ​ການ​ກະ​ທຳ​ຄວາມ​ຜິດ​ດັ່ງ​ກ່າວ ຈະ​ຖືກ​ຕັດ​ສິນ​ຈຳ​ຄຸກ 3 ປີ ຫຼື​ຖືກ​ປັບ​ໃໝ 1.500.000 ຣູບ. ຖ້າ​ວ່າ​ຂ່າວ​ປອມ​ພາ​ໃຫ້​ເກີດ​ມີ​ຜົນ​ກະ​ທົບ​ທີ່​ໜັກ​ໜ່ວງ, ຈະ​ຖືກ​ຕັດ​ສິນ​ຈຳ​ຄຸກ 10 ຫາ 15 ປີ.

ພາຍຫຼັງກົດ​ໝາຍ​ດັ່ງ​ກ່າວ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ, CNN ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ໃນ​ທັນ​ທີ​ວ່າ: ຈະ​ຢຸດ​ຕິ​ການກະ​ຈາຍ​ສຽງ​ຢູ່​ຣັດ​ເຊຍ; ສຳ​ນັກ​ຂ່າວ​ສານ​ບ​ລູ​ມ​ເບີກ​ຂອງ​ອາ​ເມ​ຣິ​ກາ​ກໍ​ໄດ້​ປະ​ກາດ​ວ່າ: ຈະ​ຢຸດ​ຕິ​ການ​ເກັບ​ກຳ​ຂ່າວ​ຢູ່​ຣັດ​ເຊຍ​ເປັນ​ການ​ຊົ່ວ​ຄາວ. ສ່ວນ BBC ຂອງ​ອັງ​ກິດ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຈະ​ໃຫ້​ນັກ​ຂ່າວ ແລະ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ BBC ​ຢຸດ​ຕິການ​ປະ​ຕິ​ບັດ​ວຽກ​ງານ​ຕ່າງໆຢູ່​ຣັດ​ເຊຍ​ເປັນ​ການ​ຊົ່ວ​ຄາວ.

ຣັດ​ເຊຍ​ຫາ​ກໍ​ໄດ້​ປະ​ກາດ​ລົງ​ໂທດ​ກ່ຽວ​ກັ​ບຂ່າວ​ປອມ, ສື່ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ກໍ​​ພາ​ກັນ​ຕົກ​ໃຈ “ໜີ​ອອກ​ຈາກ” ​ຣັດ​ເຊຍໃນ​ທັນ​ທີ, ຍ້ອນ​ສາ​ເຫດ​ຫຍັງ ຈຶ່ງ​ພາ​ໃຫ້​ມີ​ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ?

ສຳ​ນັກ​ຂ່າວ​ສານ​ບ​ລູ​ມ​ເບີກໄດ້​ປະ​ກາດ​ວ່າ: ຣັດ​ເຊຍ​​ໄດ້ດັດ​ແກ້​ກົດ​ໝາຍ​ອາດ​ຍາ “ໄດ້​ເຮັດ​ໃຫ້​ການ​ລາຍ​ງານ​ຂ່າວ​ປົກ​ກະ​ຕິ​​ຢູ່​ຣັດ​ເຊຍບໍ່​ສາ​ມາດດຳ​ເນີນ​​ຕໍ່ໄປ​ໄດ້.” BBC ກໍ​ໄດ້​ກ່າວ​ວ່າ: ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ “ຄື​ຊິ​ໄດ້​ຖື​ເອົາ​ການລາຍ​ງານ​ຂ່າວ​ທີ່​ເປັນອິດ​ສະຫຼະນັ້ນ ເປັນ​ການ​ກະ​ທຳ​​ຜິດ”. ​ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ, ທຳ​ນຽບ​ຂາວ​ຂອງ​ອາ​ເມ​ຣິ​ກາ​ກໍ​ໄດ້​ກ່າວ​ວ່າ: “ມີ​ຄວາມ​ເປັນ​ຫ່ວງ​​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ທີ່​​ຖືກ​ຂົ່ມ​ຂູ່​ຢູ່​ຣັດ​ເຊຍ.”

ທີ່​ຈິງ​ແລ້ວ, ຖ້າ​ວ່າ​ສື່ມວນ​ຊົນ​ຝ່າຍ​ຕາ​ເວັ​ນ​ຕົກ​ສາ​ມາດ​ລາຍ​ງານ​ຂ່າວ​ຕາມ​ຄວາມ​ຈິງ​ຢ່າງ​ພາ​ວະ​ວິ​ໄສ ແລະ​ຍຸ​ຕິ​ທຳ​ແລ້ວ, ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ຢ້ານ​​ວ່າ​ຈະຖືກ​ກົດ​ໝາຍ​ຣັດ​ເຊຍ​ລົງ​ໂທດ. ​ການ​ທີ່ສື່ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ“ມີ​ຄວາມ​ເປັນ​ຫ່ວງ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​​ຈະ​ຖືກ​ຂົ່ມ​ຂູ່”ນັ້ນ ທີ່​ຈິງ​ແລ້ວ​ເກີດ​ຈາກ​ຄວາມ​ເປັນ​ຫ່ວງ​ໃນ​ເລື່ອງ​ທີ່​ວ່າ: ຈະ​ບໍ່​​ມີ​ເສ​ລີ​ພາບ​ໃນ​ການເສກ​ສັນ​ປັ້ນ​ແຕ່ງ​ຂ່າວ​ປອມ​ໄດ້​ຕາມ​ໃຈ​​ອີກ​ແລ້ວ.

ສື່ມວນຊົນມີຈັນຍາບັນຂອງສື່ເອງ ຖ້າລາຍງານຂ່າວຕາມຄວາມເປັນຈີງກໍ່ບໍ່ມີຫຍັງຕ້ອງເປັນຫ່ວງ ເວັ້ນເສຍແຕ່ວ່າຂໍ້ມູນທີ່ລາຍງານອາດເປັນເທັດສ່ວນຫຼາຍ ເປັນການລາຍງານທີ່ເກີນຈີງ ຫາກເປັນແບບນັ້ນກໍ່ຕ້ອງຍອມຮັບໃນຄວາມເປັນຈີງ ເພາະຣັດເຊຍຄົງບໍ່ປະກາດໄປລອຍໆຢ່າງແນ່ນອນ.

ຂ່າວຈາກ: ວິເຄາະສະຖານະການ

Related Posts

Leave a Reply

Your email address will not be published. Required fields are marked *