
ຈັບຫາງຍັດປາກ..
ມື້ນີ້ ປູຕິນ ປິ໋ງ! ໄອເດຍໃໝ່ ໃນສົງຄາມຢູເຄຣນ
ອະນຸຍາດໃຫ້ນຳອາວຸດນາໂຕ ທີ່ຢຶດໄດ້ຈຳນວນຫຼາຍນັ້ນ ມອບໃຫ້ກອງກຳລັງໂດເນດສຄ໌ ແລະລູຮັນສຄ໌ ໃຊ້ເສີມແຂ້ວເລັບ ສູ້ກັບກຸ່ມນິໂອນາຊີ ຂອງອະເມຣິກາ ແລະນາໂຕໃນພູມີພາກດອນບາສ
ອະນຸຍາດໃຫ້ກອງກຳລັງຕ່າງຊາດ ເຂົ້າຮົບຊ່ວຍຣັສເຊຍ ໃນຢູເຄຣນໄດ້..
ເຊິ່ງຕອນນີ້ ມີອາສາສະໝັກຈາກຕາເວັນອອກກາງ ແຈ້ງເຈດຈຳນົງແລ້ວ ກວ່າ 16.000 ຄົນ ທີ່ຊຳນານພິເສດໃນການສູ້ຮົບໃນຕົວເມືອງ ແລະມີຄວາມທໍລະຫົດສູງ ຈາກປະສົບການຍາວນານໃນສະໜາມຮົບຈິງ ເຊິ່ງຖ້າທຽບກັບຝ່າຍເສືອນອນກິນ ຢູເຄຣນ ແມ່ນຄົນລະຊັ້ນ ປານປະຖົມ ກັບມັດທະຍົມ..
ເປັນກົນລະຍຸດ ໜາມປັກເອົາໜາມບົ່ງ ເພາະຢູເຄຣນເອງ ກໍລະດົມນັກຮົບຕ່າງຊາດ ໃຫ້ມາຊ່ວຍຕົນຮົບກັບຣັສເຊຍ.. ເປັນການສົ່ງສັນຍານວ່າຈາກນີ້ໄປ ແນວຮົບຈະຍົກລະດັບຄວາມຮຸນແຮງເປັນທະວີຄູນ..
ຄວາມເສຍຫາຍໃດໆຂອງຢູເຄຣນຈະບໍ່ແມ່ນເປັນຝີມືຂອງທະຫານຣັສເຊຍ ອີກແລ້ວ..
ຢ່າມາໂທດທະຫານຣັສເຊຍ ວ່າບໍ່ເປັນມືອາຊີບ ປະມານນັ້ນ)
