
ນະຄອນປາກເຊ ເຮັດແທ້ ລົງເຮັດບົດບັນທຶກປັບໃໝຕາມລະບຽບ ປໍ້າທີ່ປິດການບໍລິການ ໃນວັນທີ 9 ມານີ 2022


ທ່ານ ປອ. ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໃຫ້ສໍາພາດໃນວັນທີ 10 ມີນາ 2022 ນີ້ວ່າ: ໃນນະຄອນປາກເຊ ມີປໍ້ານໍ້າມັນເຊື້ອໄຟ ທັງໝົດ 26 ປ້ໍາ, ຢຸດໃຫ້ບໍລິການ 4 ປ້ຳ, ໃນວັນທີ 9 ມີນາ 2022( ກ່ອນມື້ນ້ຳມັນຂຶ້ນລາຄາ) ເປີດບໍລິການ ມີ 12 ປ້ໍາ ແລະ ປິດການບໍລິການ 10 ປໍ້າ.

ເມື່ອສະພາບເປັນແນວນັ້ນ ພະແນກອຸກສາຫະກໍາ ແລະ ການຄ້າແຂວງ ໃນນາມຂະແໜງການຄຸ້ມຄອງມະຫາພາກຂັ້ນທ້ອງຖິ່ນ ກໍໄດ້ມອບໃຫ້ຂະແໜງການຄ້າພາຍໃນ ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງນະຄອນປາກເຊ ລົງເຄື່ອນໄຫວເກັບກໍາຂໍ້ມູນ. ຜ່ານການລົງປະຕິບັດກວດກາຕົວຈິງ ເຫັນວ່າ:

ປໍ້ານໍ້າມັນ 10 ປໍ້າດັ່ງກ່າວ ແມ່ນປິດບໍລິການຊົ່ວຄາວ ເຊິ່ງວ່າການປິດປໍ້າແມ່ນລູກປ້ໍາປິດເອງ ແລະ ໃນເວລາທີ່ເຈົ້າໜ້າທີ່ລົງກວດກາ ທາງເຈົ້າຂອງປໍ້າໄດ້ປິດປະຕູ ເຮັດໃຫ້ເຈົ້າໜ້າທີ່ບໍ່ສາມາດສ້າງບົດບັນທຶກກັບຜູ້ປະກອບການໄດ້.
ບັນດາປ້ຳນ້ຳມັນເຊື້ອໄຟທີ່ປິດ ບາງຫົວໜ່ວຍແມ່ນມີການສວຍໂອກາດກັກຕຸນ ນໍ້າມັນ ເນື່ອງຈາກວ່າໄດ້ຮັບຂໍ້ມູນກ່ຽວກັບລາຄານໍ້າມັນເຊື້ອໄຟມີການເໜັງຕີງ ກໍຄືຂຶ້ນນລາຄາ ເພື່ອລໍຖ້າຈຳໜ່າຍໃນລາຄາໃໝ່.

ສໍາລັບມາດຕະການຕໍ່ຜູ້ລະເມີດ ນັ້ນ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ກ່າວວ່າ ຖ້າຫາກຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ກ່ອນທີ່ຈະປິດປໍ້າ ຊົ່ວຄາວ ຫຼື ຖາວອນ ໂດຍບໍ່ມີເຫດຜົນ ຫຼື ບໍ່ແຈ້ງໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ເທດສະບານ, ນະຄອນ ແລະ ຜູ້ຊົມໃຊ້ ຮັບຊາບກ່ອນ3 ວັນ ແມ່ນຈະຖືກປັບໃໝ ຕາມມາດຕາ 82, ຂໍ້ ຄ, ຂໍ້ 3 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກ ທີ 331/ນຍ, ລົງວັນທີ 27/10/2017

ແລະ ປໍ້າທີ່ປິດການບໍລິການ ຈໍານວນ 10 ປ້ຳ ໃນວັນທີ 9 ມີນາ 2022 ນັ້ນ, ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງເຮັດບົດບັນທຶກປັບໃໝຕາມລະບຽບການ, ພາຍຫຼັງໄດ້ຮັບ ການຢັ້ງຢືນຈາກບໍລິສັດແມ່ ວ່າໄດ້ຈ່າຍໝົດແລ້ວ ແຕ່ທາງລູກປໍ້າໄດ້ກັກຕຸນເອງ.