
ໃນວັນທີ 8 ມີນານີ້ ພາຍຫຼັງທີ່ຜູ້ປະກອບການຕະຫຼາດກາງຄືນໄດ້ມີການກະກຽມສະຖານທີ່ໃນການຈັດຕະຫຼາດກາງຄືນສຳເລັດ ກໍ່ຈັດພິທີເປີດບໍລິການຕະຫຼາດກາງຄືນຢ່າງເປັນທາງການ ທີ່ເດີນຕະຫຼາດກາງຄືນ ( ບ້ານເຈງ ເມືອງໄຊ ຫຼື ຕະຫຼາດອຸດົມຊັບ).

ໂດຍການເຂົ້າຮ່ວມຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີຫົວໜ້າພະແນກການທີ່ກ່ຽວຂ້ອງ, ຫ້ອງການທີ່ກ່ຽວຂອງຂັ້ນເມືອງ ຕະຫຼອດຮອດຄະນະພັກອົງການປົກຄອງບ້ານ ແມ່ຄ້າຊາວຂາຍເຂົ້າຮ່ວມນຳ.

ຕະຫຼາດກາງຄືນແຫ່ງນີ້ບໍ່ພຽງເປັນບ່ອນຈັບຈ່າຍຊື້-ຂາຍ ສ້າງອາຊີບ ແລະລາຍຮັບແກ່ພໍ່ແມ່ປະຊາຊົນເທົ່ານັ້ນ ແຕ່ຍັງເປັນການຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງມາອຸດົມໄຊໃຫ້ມີບ່ອນເລາະທ່ຽວຊົມຈັບຈ່າຍຊື້ເຄື່ອງຂອງໃຊ້ ເຄື່ອງທີ່ລະນຶກເປັນການສົ່ງເສີມພູມປັນຍາຂອງປະຊາຊົນບັນດາເຜົ່າ ພໍ່ຄ້າ-ແມ່ຄ້າຜູ້ທີ່ມີສີໄມ້ລາຍມືໃນການປຸງແຕ່ງອາຫານ ເຄື່ອງຫັດຖະກຳ ແລະ ຂອງທີ່ລະນຶກໄປຂາຍຢູ່ທີ່ນີ້ ທັງເປັນການດຶງດູດນັກທ່ອງທ່ຽວເຂົ້າມາພັກແຮມພາຍໃນແຂວງກໍ່ຄືເມືອງໄຊໃຫ້ຫຼາຍຂຶ້ນ.

ອັນສຳຄັນຕະຫຼາດກາງຄືນແຫ່ງນີ້ຍັງຊ່ວຍເຕົ້າໂຮມບັນດາແມ່ຄ້າຊາວຂາຍໃນແຕ່ລະຈຸດທີ່ຂາຍເຄື່ອງກະແຈກກະຈາຍບໍ່ເປັນລະບຽບມາເຕົ້າໂຮມຢູ່ຈຸດດຽວ ສ້າງຄວາມສະດວກໃນການຄຸ້ມຄອງໃຫ້ເຂົ້າສູ່ລະບຽບ ແລະ ສວຍງາມ, ອີກດ້ານໜຶ່ງກໍ່ເປັນການສ້າງລາຍຮັັບໃຫ້ເເກ່ລັດ ເເລະ ພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

.ຈາກ: ຂ່າວປະຈຳວັນ Daily News Oudomxay.
ຂ່າວເສດຖະກິດ-ການຄ້າ ແຫຼ່ງຄວາມຮູ້ສູ່ສັງຄົມ