ຫ້າມຜູ້ປະກອບການທຸລະກິດຕ່າງໆ ສວຍໂອກາດກັກຕຸນນໍ້າມັນເຊື້ອໄຟໂດຍເດັດຂາດ

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນ ຫ້າມ

ຫ້າມຜູ້ປະກອບການທຸລະກິດຕ່າງໆ ສວຍໂອກາດກັກຕຸນນໍ້າມັນເຊື້ອໄຟໂດຍເດັດຂາດ ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ

ປະມວນກົດໝາຍອາຍາ ມາດຕາ 278ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງຮ້ານຂອງຕົນ ຫລື ຢູ່ບ່ອນອື່ນ ເພື່ອສ້າງຄວາມປັ່ນປວນທາງດ້ານ ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1-4 ປີຈະຖືກປັບໃໝ ແຕ່ 10.000.000 – 50.000.000 ກີບ.

ຈາກ: ຂ່າວຮູບພາບລາວພັດທະນາ #ກະຊວງອຸດສາຫະກຳແລະການຄ້າ #ກົດໝາຍ

Related Posts

Leave a Reply

Your email address will not be published. Required fields are marked *