News

ດ່ວນ ນ້ຳມັນດິບຂຶ້ນອີກ 7% ຄືນວານນີ້

ດ່ວນ ນ້ຳມັນດິບຂຶ້ນອີກ 7% ຄືນວານນີ້………

(ພວກທ່ານກຽມໃຈແລ້ວບໍ? ນ້ຳມັນຂຶ້ນອີກແນ່ນອນໄວໆນີ້)ຂ່າວຫຼ້າສຸດຂອງສະຫະລັດອາເມລິກາ ທີ່ໄດ້ປະກາດ​ຫ້າມ​ນຳ​ເຂົ້າ​ນ້ຳມັນ ​ແລະ ອາຍແກັສທຳ​ມະ​ຊາດ​ຈາກຣັດ​ເຊຍ- ຕົວຈິງແລ້ວ,

ມັນບໍ່ມີຜົນຫຍັງຫຼາຍຕໍ່ການຂາດແຄນນ້ໍາມັນສໍາລັບອາເມລິກາແຕ່ຢ່າງໃດ.

ຍ້ອນ​ວ່າ​ອາ​ເມ​ລິ​ກາ​ນຳ​ເຂົ້າ​ນ້ຳມັນ​ຈາກຣັດ​ເຊຍ​ໜ້ອຍ​ຫຼາຍ.

ທີ່ສຳຄັນອາເມລິກາແມ່ນສາມາດຜະລິດນ້ໍາມັນຂອງຕົນເອງໄດ້.

– ແນວໃດກໍຕາມນໍ້າມັນເປັນສີ່ງທີ່ສໍາຄັນ ເນື່ອງຈາກວ່ານ້ໍາມັນແມ່ນອົງປະກອບຂອງອັດຕາເງິນເຟີ້ທີ່ສໍາຄັນ.

ເຊັ່ນ​ການ​ຜະ​ລິດ, ການ​ຂົນ​ສົ່ງ, ແລະ ນ້ຳມັນເປັນຕົວແປ ທີ່ຈະ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ທັງ​ຫມົດໃນຕະຫຼາດ ມີ​ລາ​ຄາ​ແພງ​ຂຶ້ນ…

ຖ້າ​ພວກ​ເຮົາ​ຄິດ​ວ່າ​ສົງ​ຄາມ​ບໍ່ໄດ້ກ່ຽວຂ້ອງຫຍັງ​ກັບ​ພວກ​ເຮົາ.

ແຕ່ຢ່າງຫນ້ອຍມັນຈະມາຫາພວກເຮົາໃນຮູບແບບຄ່າໃຊ້ຈ່າຍໃນການເດີນທາງທີ່ເພີ່ມຂຶ້ນ ແລະ ລາຄາຜະລິດຕະພັນໃນບ້ານເຮົາກໍເພີ່ມຂຶ້ນ ໃນອີກບໍ່ດົນຢ່າງແນ່ນອນ.

ຂໍ້ມູນ ລົງທຶນແມນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button