ສະຫຼົດໃຈ! ພາຄອບຄົວໄປກິນເຂົ້າຢູ່ສວນຖືກລະເບີດເສຍຊີວິດຄາທີ່
ລິຄຳໄຊລາຍງານໃຫ້ຮູ້ວ່າ: 8 ມີນາ 2022 ເວລາປະມານ 10 ໂມງເຊົ້າ ພຕ ບຸນເຮືອງ ຄຳພະຈັນ ຮອງພະແນກ 200 ຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ໄດ້ພາຄຄ ຕົນເອງ,ຄຄ ໝູ່ຄູ່ 3 ຄຄ
ອອກໄປກິນເຂົ້າສາມັກຄີຢູ່ສວນໝູ່ຄູ່ ເຂດ ບ ທົ່ງພັນຄຳ ມ ບໍລິຄັນ ຂ ບໍລິຄຳໄຊ ພໍໄປຮອດກໍໄດ້ກະກຽມຈັດແຈງສະຖານທີ່ ອາຫານການກີນ ສ່ວນຜູ້ກ່ຽວແມ່ນໄດ້ດັງໄຟ
ບັງເອີນໄດ້ມີລະເບີດທີ່ຕົກຄ້າງໃນປາງສົງຄາມທີ່ຝັງຢູ່ໃຕ້ດິນ ໄດ້ລະເບີດຂຶ້ນ ສົ່ງຜົນເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່ເກີດເຫດ.
ປັດຈຸບັນໄດ້ເອົາສົບມາບຳເພັນກຸສົນໄວ້ຢູ່ທີ່ ສະໂມສອນ ປກສ ແຂວງ ບໍລິຄໄຊ,ບ ອານຸສອນໄຊ. ຂໍສະແດງຄວາມເສຍໃຈໃນເຫດການທີ່ບໍ່ປະສົງໃນຄັ້ງນີ້ດ້ວຍ