ມື້ນີ້ຂໍມາແຊຮປະສົບການໃນການພິກຊີວິດຂອງຕົວເອງ ຈາກມື້ທີ່ບໍ່ມີຫຍັງ ຈົນມາຮອດຈຸດນີ້ ຂ້ອຍເປັນຄົນຕ່າງແຂວງຄົນ1 ທີ່ມາອາໃສແລ້ວມາສູ້ຊີວິດຢູ່ໃນເມືອງໃຫ່ຍ ເລີ່ມຕົ້ນຈາກ0 ເລີຍກໍ່ວ່າໄດ້.

ຕອນມາແລກໆຂ້ອຍມີເງິນປະມານລ້ານປາຍກີບ ມາເຊົ່າຫ້ອງແຖວຢູ່ກັບຫມູ່3 ຄົນ ຕອນນັ້ນຍັງບໍ່ຮູ້ວ່າຈະເລີ່ມຕົ້ນແບບໃດ ເຮັດແບບໃດຈັ່ງຈະເອົາຕົວລອດໄດ້ ບໍ່ຢາກເປັນພາລະຄອບຄົວ ອີກຕໍ່ໄປ ຢາກຫາເງິນ ຢາກມີລາຍໄດ້ ຢາກໃຫ້ພໍ່ແມ່ສະບາຍ.

ຂ້ອຍເລີ່ມຈາກຈຸດນ້ອຍໆ ດ້ວຍການຂາຍອອນລາຍ ຕອນແລກກະຂາຍກະເປົາຂາຍສີ້ນ ຂາຍທຸກຢ່າງທີ່ໄດ້ເງິນ ຕອນແລກ ກະໄປບໍ່ໄດ້ດີ ແຕ່ຂ້ອຍກໍ່ອົດທົນພະຍາຍາມ ບໍ່ເຄີຍທໍ້ ຄິເແຕ່ວ່າ ຕ້ອງເຮັດໃຫ້ມັນສຳເລັດ ຝຶກຝົນຕົນເອງຫລາຍຂື້ນ.

ຍອດຂາຍກໍ່ຫລາຍຂື້ນ ລູກຄ້າເພີ່ມຂື້ນ ຈົນເຮັດໃຫ້ມີທຶນຫລາຍຂື້ນກໍ່ຂະຫຍາຍທຸລະກິດ ດ້ວຍການເຮັດ ແບຣນ ສິນຄ້າເປັນຂອງຕົວເອງ ຕອນແລກໆ ກະບໍ່ໄປໄດ້ດີປານໃດ ຍ້ອຍຄົນຍັງບໍ່ຮູ້ ຂ້ອຍກະພະຍາຍາມເຮັດທຸກຢ່າງ.

ໃຫ້ມີຄົນຮູ້ຈັກ ຈົນຂ້ອຍສາມາດເຮັດໄດ້ ຄົນຮູ້ຈັກ ລູກຄ້າຫລາຍຂື້ນ ຍອດຂາຍເພີ່ມຂື້ນ ສາມາດມີເງິນເກັບ ມີເງິນຊື້ດິນ ຊື້ລົດ ແລ້ວກໍ່ສ້າງເຮືອນໄດ້ ໃນເວລາ2-3 ປີ ຂ້ອຍອົດທົນ ກັບຄວາມເມື່ອຍ ບາງມື້ກະບໍ່ໄດ້ນອນ.

ຝາກເຖີງນ້ອງໆລຸ້ນໃຫ່ມທີ່ກຳລັງສ້າງຕົວຂໍໃຫ້ເຮັດໃນສິ່ງທີ່ເຮົາມັກ ຢ່າຢຶດຕິດກັບຄຳວ່າຮຽນແລ້ວຈະໄດ້ເຮັດວຽກດີໆ ເຮັດແນວໃດກໍ່ໄດ້ໃຫ້ເຮົາໄດ້ເງິນແລະບໍ່ຈຳເປັນຕ້ອງຮຽນສູງ ຈັ່ງຈະມີໂອກາດສຳເລັດ.

ບາງມື້ເຂົ້າບໍ່ຕົກທ້ອງ ກະມີ ແຕ່ກໍ່ສູ້ ຄິດແຕ່ວ່າຊີວິດເກີດມາເຮົາຕ້ອງສູ້ ຄົນທຸກກ່ອນເຮົາຍັງມີ ເລີຍກັດແຂ້ວສູ້ມາຕະຫລອດ ເລີຍມາຮອດມືທີ່ເຮົາສຳເລັດໃນຂັ້ນ1 ເຮົາຫັນກັບໄປເບີ່ງມື້ທີ່ເຮົາມີແຕ່ໂຕເປົ່າ ຂ້ອຍເລີຍເຂົ້າໃຈຄວາມຫມາຍ ຄຳວ່າ ຕໍ່ໃຫ້ຕົ້ນທຶນເຮົາຊິຫນ້ອຍກົ່ວຄົນອື່ນ ກໍ່ບໍ່ຫມາຍຄວາມວ່າເຮົາຈະເຮັດຫຍັງບໍ່ໄດ້.

ສູ້ເດີ້ຂໍເກັບຄວາມສຳເລັດເປັນຄວາມຊົງຈຳໃນໄວ 21 ປີCEO ດີແທ້ຄີມ.

ຈາກ: A&T ຂາຍທຸກຢ່າງ
