News

ຊາວຢູເຄຣນກວ່າ 1,5ລ້ານຄົນ ອົບພະຍົບໄປປະເທດໃກ້ຄຽງ

ຢູເຄຣນ ມີວິກິດການອົບພະຍົບຂະຫຍາຍຕົວໄວທີ່ສຸດ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ.

ມີລາຍງານວ່າມີຫຼາຍກວ່າ 1.5 ລ້ານຄົນໄດ້ຂ້າມເຂົ້າໄປໃນປະເທດໃກ້ຄຽງນັບຕັ້ງແຕ່ມີເຫດການ, ການບຸກໂຈມຕີຢູເຄຣນ ເຊິ່ງໃນເວລານີ້ຕ້ອງການຄວາມຊ່ວຍເຫຼືອຫຼາຍ ເນື່ອງຈາກໂຄງສ້າງພື້ນຖານທີ່ສໍາຄັນຖືກລະເບີດຖະລົ່ມ ເຮັດໃຫ້ການອົບພະຍົບອອກມາຊາຍແດນກາຍເປັນຄວາມທ້າທາຍທີ່ຍາກຂື້ນ.

ປະເທດ ຢູເຄຣນ ພະຍາຍາມມີການລວມກຸ່ມໃນຫຼາຍປະເທດໂດຍສະເພາະໃນເຂດເອີຣົບ ເພື່ອທີ່ຈະເປັນສູນກາງໃນການລໍາລຽງສົ່ງອາຫານ ແລະ ຄວາມຊ່ວຍເຫຼືອ ໂດຍສະເພາະອຸປະກອນທີ່ຈໍາເປັນສໍາລັບເດັກນ້ອຍເກີດໃໝ່ເຊິ່ງມີຄວາມຕ້ອງການເປັນຈໍານວນຫຼວງຫຼາຍ.

ໃນຂະນະທີ່ເມືອງມີຣີໂອໂພໄດ້ຖືກຍຶດ ແລະ ອາຄານບ້ານເຮືອນໄດ້ຮັບຄວາມເສີຍຫາຍຢ່າງໜັກໜ່ວງ. ສ່ວນເມືອງຄາຄິຟ ທີ່ເປັນສູນກາງດ້ານການສຶກສາ, ວັດທະນະທໍາ, ແລະ ວິທະຍາການຕ່າງໆກໍ່ໄດ້ຮັບຄວາມເສຍຫາຍເຊັ່ນດຽວກັນ. ກ່ອນໜ້ານີ້ ຢູເຄຣນໄດ້ກ່າວຫາວ່າ ຣັດເຊຍໃຊ້ລະເບີດສູນຍາກາດ ເຊິ່ງເປັນອາວຸດທີ່ມີອະນຸພາກທໍາລາຍລ້າງສູງໃນການໂຈມຕີເມືອງຄາຄິຟ.

ທ່າມກາງວິກິດຫຼາຍປະເທດໃນເອີຣົບບໍ່ພຽງແຕ່ມີນະໂຍບາຍເປີດຮັບຜູ້ລີ້ໄພ ແຕ່ຍັງມີນະໂຍບາຍໃນການນໍາສັດລ້ຽງເດີນທາງໄປນໍາໄດ້ອີກດ້ວຍເຊັ່ນ: ໂຣມາເນຍ, ສາທາລະນະລັດເຊັກ, ລິໂທເນຍ, ສະໂລເວຍ, ຮັງກະລີ ເຊິ່ງໄດ້ປະກາດຜ່ອນຄາຍຂໍ້ກໍານົດໃນການນໍາສັດລ້ຽງຂ້າມຊາຍແດນ.

ທີ່ມາ: ລາວໂພສ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button