ມີຜູ້ເສ ຍຊິ ວິ ດຢ່າງໜ້ອຍ 41 ຄົນ
ເກີດເຫດໄຟໄໝ້ຮຸນແຮງຢູ່ຄຸກໃນເມືອງຕາເງຣັງ ແຂວງບັນເຕິນ ຂອງອິນໂດເນເຊຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 41 ຄົນ.
ໂດຍເຫດໄຟໄໝ້ດັ່ງກ່າວ ເກີດຂຶ້ນໃນບໍລິເວນບັອກ C ເຊິ່ງເປັນສ່ວນທີ່ຂັງນັກໂທດຄະດີຢາເສບຕິດ ໄລຍະເວລາປະມານ 01:00-02:00 ໂມງ ຂອງວັນທີ 8 ກັນຍາ ຕາມເວລາທ້ອງຖິ່ນ ເຊິ່ງເປັນໄລຍະເວລາທີ່ນັກໂທດສ່ວນຫລາຍກຳລັງນອນ.
ເບື້ອງຕົ້ນ, ທ່ານ ຟາດິລ ອິມຣານ ຜູ້ບັນຊາການຕຳຫລວດໃນນະຄອນຫລວງຈາກາຕາ ລາຍງານວ່າຜູ້ເສຍຊີວິດທັງ 41 ຄົນເປັນນັກໂທດ ແລະ ມີຜູ້ບາດເຈັບຢ່າງໜ້ອຍ 80 ຄົນ ໃນຈຳນວນນີ້ອາການສາຫັດ 8 ຄົນ ແລະ ບາດເຈັບເລັກໜ້ອຍ 72 ຄົນ.
ຄຸກແຫ່ງນີ້ຖືເປັນໜຶ່ງໃນຄຸກຂອງອິນໂດເນເຊຍທີ່ມີນັກໂທດຂ້ອນຂ້າງແອອັດ ເຊິ່ງລະຫວ່າງເກີດເຫດມີນັກໂທດຢູ່ໃນບັອກ C ທັງໝົດ 122 ຄົນ ຫລາຍກວ່າຄວາມບັນຈຸທີ່ຮອງຮັບໄດ້ 40 ຄົນ.
ຂະນະທີ່ນັກໂທດທັງໝົດໃນຄຸກມີຫລາຍກວ່າ 2.000 ຄົນ ຫລາຍກວ່າການຮອງຮັບສູງສຸດ 600 ຄົນ ເຖິງ 3 ເທົ່າ ແລະ ມີເຈົ້າໜ້າທີ່ເບິ່ງແຍງໃນຄຸກພຽງ 15 ຄົນ.
– Wave100S AD to Website 2020 0 – ໄຟໄໝ້ຄຸກຢູ່ອິນໂດເນເຊຍ ສົ່ງຜົນໃຫ້ນັກໂທດເສຍຊີວິດແລ້ວຢ່າງໜ້ອຍ 41 ຄົນ ພາຍຫລັງເກີດເຫດ ເຈົ້າໜ້າທີ່ມອດໄຟໄດ້ຮີບເຂົ້າຄວບຄຸມໄຟຢ່າງຕໍ່ເນື່ອງ ຂະນະທີ່ໂຄສົກພະແນກກວດກາອິນໂດເນເຊຍເປີດເຜີຍວ່າ: ເຈົ້າໜ້າທີ່ໄດ້ເລັ່ງອົບພະຍົບນັກໂທດ ແລະ ເຈົ້າໜ້າທີ່ອອກມາຈາກຄຸກແລ້ວ ແລະ ກຳລັງຢູ່ລະຫວ່າງການເລັ່ງສືບສວນສາເຫດໄຟໄໝ້ ເຊິ່ງເບື້ອງຕົ້ນຄາດວ່າສາເຫດອາດເກີດຈາກໄຟຟ້າລັດວົງຈອນ ແຕ່ຍັງບໍ່ມີການຢືນຢັນແນ່ນອນ ແລະ ກຳລັງສືບສວນເພີ່ມຕື່ມ.