ຂໍຊື່ນຊົມເຈົ້າໜີ້ໃຈບຸນ ເອີ້ນໄດ້ວ່າເປັນອີກໜຶ່ງເລື່ອງຂອງປະເທດໄທ ທີ່ສ້າງຄວາມປະທັບໃຈເປັນຈຳນວນຫຼວງຫຼາຍ ເມື່ອວັນທີ 11 ມັງກອນ ທີ່ຜ່ານມາໄດ້ມີຜູ້ສື່ຂ່າວລາຍງານວ່າ.

ທ້າວ ນະພົນ ໃບເງິນ ທະນາຍຄວາມຂອງ ນາງ ສຸພິດຊາ ອະພິຊັດໂພຄິນ ຫຼື ເຈ໊ສຸ ອະດີດນາຍທຶນເງິນກູ້ນອກລະບົບ ໄດ້ສົ່ງມອບຄືນໃບຕາດິນໃຫ້ແກ່ລູກໜີ້ 15 ຄົນ.
ມີບາງຄົນກໍ່ຄ້າງຊຳລະໜີ້ນານເຖິງ 10 ປີ ບາງຄົນຈ່າຍແຕ່ເງິນຕົ້ນ ບາງຄົນບໍ່ເຄີຍໃຊ້ໜີ້ແມ່ນແຕ່ບາດດຽວ ບາງຄົນເຈັບປ່ວຍຈຶ່ງບໍ່ສາມາດຫາເງິນມາໃຊ້ໜີ້ຄືນໄດ້ພໍ່ຕູ້ ປັນ ສີວໍລະສານ ອາຍຸ 87 ປີ ລູກໜີ້ຂອງ ເຈ໊ສຸ ເປີດເຜີຍວ່າ.
ຕົນກູ້ເງິນເຈ໊ສຸມາເມື່ອປີ 2012 ຈຳນວນ 250,000ບາດ ແຕ່ບໍ່ເຄີຍໃຊ້ໜີ້ເລີຍແມ່ນແຕ່ບາດດຽວ ເພາະຫາເງິນມາໃຊ້ບໍ່ໄດ້ ຕໍ່ມາມີທະນາຍຄວາມມາສືບຖາມ ເຫັນສະພາບຄວາມເປັນຢູ່ແລ້ວຄາດວ່າຕົນຄືຈະບໍ່ມີທາງຫາເງິນມາຈ່າຍໄດ້ ເຈ໊ສຸຈຶ່ງຕັດສິນໃຈຍົກໜີ້ໃຫ້ທັງໝົດ.

ສ່ວນທ້າວ ມະນັດ ເສີມສັກສີ ລູກໜີ້ອີກຄົນເລົ່າວ່າຕົນກູ້ເງິນໄປຈຳນວນ 2 ແສນບາດ ສົ່ງໄປໄດ້ພຽງ 1 ແສນບາດ ຈຳເປັນຕ້ອງຫຍຸດຊຳລະເພາະແມ່ລົ້ມປ່ວຍຕົນຈຶ່ງເຂົ້າໄປໂອ້ລົມກັບ ເຈ໊ສຸ ເຈລະຈາປະນອມໜີ້ ແຕ່ເມື່ອ ເຈ໊ສຸ ຮັບຮູ້ເຖິງພາລະທີ່ຕົນແບກຮັບໄວ້ຈຶ່ງຍົກໜີ້ສ່ວນທີ່ເຫຼືອໃຫ້ທັງໝົດ ຕົນບໍ່ຄິດວ່າ ເຈ໊ສຸ ຈະມີເມດຕາຫຼວງຫຼາຍຂະໜາດນີ້.

ທາງດ້ານ ເຈ໊ສຸ ເປີດເຜີຍວ່າ ຕົນຮູ້ສຶກສົົງສານໃນຊະຕາກຳຂອງລູກໜີ້ 15 ຄົນ ເນື່ອງຈາກລ້ວນແລ້ວມີບັນຫາດ້ານເສດຖະກິດ ແລະ ຄວາມເຈັບປ່ວຍຂອງຄົນໃນຄອບຄົວ ປະກອບກັບທີ່ຕົນສວດມົນໄຫວ້ພຣະ ຟັງທຳ ແລ້ວພົບວ່າການຊ່ວຍເຫຼືອມະນຸດໃນຍາມຕົກທຸກໄດ້ຍາກເປັນບຸນກຸສົນອັນຍິ່ງໃຫຍ່ ຕົນຈຶ່ງຍົກໜີ້ທີ່ລວມໆກັນແລ້ວບໍ່ຕ່ຳກ່ວາ 5 ລ້ານບາດ ໃຫ້ແກ່ລູກໜີ້ທັງໝົດ.
ການເປັນຜູ້ໃຫ້ ຖືວ່າຍິ່ງໃຫຍ່ທີ່ສຸດແລ້ວ ຜູ້ໃຫ້ຍ່ອມເປັນທີ່ຮັກຂອງຜູ້ອື່ນ ຜູ້ໃຫ້ຍ່ອມມີຄວາມສະຫງ່າງາມ ມີຄວາມສຸກທີ່ໄດ້ເປັນຜູ້ໃຫ້ ສ່ຳນີ້ກໍ່ສຸກໃຈພໍແລ້ວ