ຣັສເຊຍ ສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກ ໄປຢູເຄຣນງວດທຳອິດ 10 ພັນກວ່າໂຕນ
ວັນທີ 5 ມີນາ 2022 ນີ້ ສຳນັກຂ່າວ RT ຂອງຣັສເຊຍລາຍງານວ່າ: ຣັສເຊຍໄດ້ສົ່ງເຄື່ອງບັນເທົາທຸກ 10.500 ໂຕນ ງວດແຮກຈາກຣັສເຊຍ ມຸ່ງໜ້າສູ່ພາກໃຕ້ຢູເຄຣນແລ້ວມື້ນີ້
ປະກອບມີອາຫານ ເຄື່ອງກໍ່ສ້າງ ແລະເຄື່ອງໃຊ້ຈຳເປັນອື່ນໆ ເພື່ອຊົດເຊີຍປົວແປງໃນສ່ວນທີ່ເສຍຫາຍຈາກສົງຄາມປົດປ່ອຍຢູເຄຣນຄັ້ງນີ້..
ເຈົ້າໜ້າທີ່ຣັສເຊຍເວົ້າວ່າ ເຮົາຍິນດີຮັບເອົາຊາວອົບພະຍົບຢູເຄຣນທັງໝົດທີ່ຕ້ອງການອອກມາຈາກເຂດສູ້ຮົບ ເພື່ອນຳໄປເບິ່ງແຍງ ຫຼືສົ່ງໄປປະເທດທີ 3 ຕາມຄວາມປະສົງ ແລະຂໍໃຫ້ຝ່າຍຢູເຄຣນ ຢຸດການກີດກັ້ນພົນລະເຮືອນຂອງຕົນ ໃຫ້ເຂົາໄດ້ອອກມາຕາມເສັ້ນທາງມະນຸດສະທຳທີ່ທັງ 2 ຝ່າຍໄດ້ຕົກລົງກັນ..
ເວລາ 10 ໂມງຂອງມື້ນີ້ ຣັສເຊຍກໍປະກາດຢຸດຍິງຊົ່ວຄາວ ເພື່ອການອົບພະຍົບຜູ້ຄົນອອກຈາກເຂດສູ້ຮົບ ໄປສູ່ທີ່ປອດໄພ.. (ແບບນີ້ອະເມຣິກາຄວນເບິ່ງເປັນແບບຢ່າງ ບໍ່ແມ່ນວ່າເຮັດບ້ານເມືອງເຂົາເພພັງແລ້ວກໍປັດກົ້ນໜີ ແຖມປຸ້ນເອົາເງິນຄຳໃນຄັງຫຼວງເຂົາໄປພ້ອມ)
ຊົມຄລິບ.
ທີ່ມາ: Youtube Cr. ແປ ສາຍຂ່າວ