ກຽມຮັບມື ນຳ້ມັນເຊື້ອຂື້ນໄວໆ ນີ້

ລາຄານ້ຳມັນດິບໂລກ ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ມາລຸ້ນກັນວ່າລາວເຮົາ, ຈະປັບລາຄານຳ້ມັນຂຶ້ນຕື່ມອີກເທົ່າໃດ?

ຕາມຂ່າວຈາກ ນີວຢອກ, ວັນທີ 3 ມີນານີ້ ລາຄານ້ຳມັນດິບໂລກສືບຕໍ່ ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນລະດັບ 2.68 ໂດລາ ສະຫະລັດ ມາເປັນ113.28 ໂດລາ ຕໍ່ຖັງແລ້ວ.

ແມ່ນຕົວເລກ ໃນການຊື້-ຂາຍ ເທິງກະດານ ເອເລັກໂຕຣນິກ ຂອງຕະຫລາດ ແລກປ່ຽນການຄ້າ ນີວຢອກ(NIMEX), ເຊັ່ນດຽວກັບນ້ຳມັນດິບເບຣນຂອງ ອັງກິດ ປັບເພີ່ມຂຶ້ນ 3.61 ໂດລາສະຫະລັດ ເປັນມາ 116.54 ໂດລາຕໍ່ຖັງ.

ຖ້າທຽບໃສ່ ການປັບຂຶ້ນ ຂອງວັນທີ 2 ມີນາ ຜ່ານມາແລ້ວ ຍັງຖືວ່າໜ້ອຍກວ່າ, ໂດຍເພີ່ມຂຶ້ນ ເຖີງ 7 ໂດລາ ຕໍ່ຖັງ.

ການປັບ ລາຄານ້ຳມັນຄັ້ງນີ້ ມີຂຶ້ນພາຍຫລັງ ຜູ້ນຳໃນກຸ່ມ ໂອເປັກ ພລັສ (OPEC Plus) ທີ່ປະກອບດ້ວຍປະເທດ ໃນກຸ່ມຜູ້ສົ່ງອອກນ້ຳມັນ ຫລື ໂອເປັກ ແລະ ປະເທດ ນອກກຸ່ມ ໂອເປັກ

ຕັດສິນໃຈ ຮັກສາແຜນການ ຄ່ອຍເພີ່ມກຳລັງ ການຜະລິດຕໍ່ໄປ ໂດຍຈະເພີ່ມກຳລັງ ການຜະລິດ ບໍ່ເກີນ ມື້ລະ 400,000 ຖັງ ໃນເດືອນເມສານີ້.

ກຽມໂຕລຸ້ນກັນວ່າລາວເຮົາ, ຈະປັບລາຄານຳ້ມັນຂຶ້ນຕື່ມອີກເທົ່າໃດ?

ຂໍ້ມູນ ຂປລ.

Related Posts

Leave a Reply

Your email address will not be published. Required fields are marked *