ແຊເລີຍ ວິທີແກ້: ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ເຈີແຕ່ຄົນຕົ້ມຄົນຕົວະ

🙏🏻 ພຽງຈູດທູບ36 ດອກ _ ບູຊາກາງແຈ້ງ🙏🏻!!ວິທີແກ້: ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ເຈີແຕ່ຄົນຕົ້ມຄົນຕົວະ ມີແຕ່ແນວຂັດແນວຄາ ລອງເຮັດ ເບີ່ງຈູດທູບ36ດອກ!!ຕັ້ງນະໂມສາມຈົບ🙏🏼

+ໃຕ້ທູບ 36 ດອກ ປັກກາງແຈ້ງຄົນເຮົາເກີດມາຫລາຍພົບຫລາຍຊາດ ແຕ່ລະຄົນມີເຈົ້າກຳນາຍເວນທີ່ບໍ່ຄືກັນ ຈຶ່ງຄວນສວດເພຶ່ອຂໍຂະມາ ຕໍ່ເຈົ້າກຳນາຍເວນ ທັງອາດີດຊາດທີ່ຜ່ານມາ ຫລືເຄີຍລ່ວງເກີນແກ່ ເທບພະຍາດາ 16 ຊັ້ນຟ້າ 15 ຊັ້ນດິນ ຫລືເຄີຍສາບານ ບົນບານ ຕໍ່ສິ່ງສັກສິດທັງຫລາຍ ລວມທັງສິ່ງທີ່ເບິ່ງບໍ່ເຫັນທຸກປະການ.

#ການຂໍຂະມາກຳບໍ່ແມ່ນການລົດກຳ ແຕ່ຢ່າງໃດ ແຕ່ເປັນການຂໍຂະມາຕໍ່ສິ່ງທີເຄີຍລ່ວງເກີນມາ ທຸກພົບ ທຸກຊາດຂອງຕົວເຮົາ ໂດຍທີ່ບໍ່ຮູ້ຫລືບໍ່ໄດ້ຕັ້ງໃຈ ເພື່ອໃຫ້ເຂົາເຫລົ່ານັ້ນ ອະໂຫສິກຳໃຫ້ແກ່ເຮົາ.

ຕໍ່ໄປນີ້ເປັນຄຳຂໍຂະມາ ແລະອະທິຖານຈິດ ສຳລັບອະທິຖານຕໍ່ຫນ້າພະພຸດທະຮູບ.

#ຂໍແນະນຳ ຈະໄດ້ບໍ່ງົງ ອ່ານໃຫ້ເຂົ້າໃຈກ່ອນຈຶ່ງເຮັດ.

#ບໍ່ຈຳເປັນຕ້ອງໄປວັດພະແກ້ວກະໄດ້ ເຮັດຢູ່ໃສ່ກໍ່ໄດ້ໃຫ້ຫັນຫນ້າໄປທາງ ( ທິດຕາເວັນອອກ ) ຕ້ອງເຮັດການເວລາ 12:00 ນາທີ ຫລືກ່ອນທ່ຽງ…ຖ້າເບິ່ງຈົນທູບດັບ ຫາກທູບຕິດລຸກເປັນໄຟ ຖືວ່າບໍ່ຜ່ານ ຫລັງ6ເດືອນໄປ ຄ່ອຍມາເຮັດໃຫມ່ອີກ.

+ ໃຕ້ທູບ 36 ດອກຫມາຍເຖິງໄຕພູມທັງ 36 ຊັ້ນ ປະກອບດ້ວຍ 16 ຊັ້ນຟ້າ 15 ຊັ້ນດິນ ອະບາຍຍະພູມ 4 ມະນຸດໂລກ 1 ລວມທັງຫມົດ 36 ຊັ້ນ.

( ທຸກຊັ້ນຈະໄດ້ຮັບຊາບຢ່າງທົ່ວເຖິງ ) ຕຽມດອກບົວ 1 ກຳ ໄຫວ້ພະແກ້ວມໍລະກົດ ຫລັງເຮັດພິທີນີ້ດ້ານນອກແລ້ວ ( ຖ້າບໍ່ໄດ້ໄຫວ້ພະແກ້ວ ໃຫ້ລະນຶກເຖິງເອົາກໍ່ໄດ້ ) ດອກບົວຫລືດອກໄມ້ ເມື່ອເຮັດແລ້ວໃຫ້ຖວາຍສານພະພູມຫລືບູຊາໃນເຮືອນກໍ່ໄດ້ແລະກ່າວ ( ນະ ໂມ 3 ຈົບ ) ແລ້ວກໍ.

“ສັບພັງ ອະປະລາທັງ ຂະມະຖະເມ ພັນເຕອຸກາສະ ທະວາລັດຕະເຍນະ ກະຕັງສັບພັງ ອະປະລາທັງ ຂະມະຖະເມ ພັນເຕອຸກາສະ ຂະມາມິ ພັນເຕ ”

+ ຫາກຂ້າພະເຈົ້າ ( ບອກຊື່ໂຕເອງ )ຈົງໃຈຫລືປະຫມາດພາດພັ້ງລ່ວງເກີນ ບິດາ-ມານດາ ຄູບາອາຈານ ພະພຸດ ພະທຳ ພະອໍລະຫັນທຸກພະອົງ ພະອະລິຍະສົງເຈົ້າ ຕະຫລອດຈົນເຖິງສິ່ງສັກສິດທັງຫລາຍ ລວມເຖິງຜູ້ມີພະຄຸນ ແລະທ່ານເຈົ້າກຳ ນາຍເວນ ຈະດ້ວຍກາຍວາຈາ ໃຈ ກໍ່ດີ ຂໍໃຫ້ໄດ້ໂປດ ອະໂຫສິກຳແກ່ຂ້າພະເຈົ້າດ້ວຍເຖີດ.

ຫາກຂ້າພະເຈົ້າມີເຈົ້າຂອງໃນຕົວຕິດຕາມມາ ຂໍອະນຸຍາດມີຄູ່ ມີຄອບຄົວໄດ້ຄືຄົນປົກະຕິທົ່ວໄປ ຂໍຖອນຄຳອະທິຖານຄຳສາບານທີ່ຈະຕິດຕາມຄູ່ໃນອະດີດດ ຂໍໃຫ້ຕ່າງຝ່າຍຕ່າງເປັນອິດສະຫລະຂ້າພະເຈົ້າຈະປະພຶດຕົນໃນທາງທີ່ຖືກ ທີ່ດີ ທີ່ຄວນ ຂໍບຸນບາລະມີໃນອະດີດຕະການທີ່ຜ່ານມາຈົນເຖິງປັດຈຸບັນ ຈົ່ງສົ່ງຜົນໃຫ້ຂ້າພະເຈົ້າແຫລະຄອບຄົວຕະຫລອດຈົນບໍລິວານທີ່ກ່ຽວຂ້ອງຈົ່ງຈະເລີນດ້ວຍເຖີ້ນ.

ອາຍຸ ວັນະ ສຸຂະ ພະລາ ຍົດ ສຸກ ສັນເສີນ ສະຕິປັນຍາ ປະຕິພານ ທະນະສານສົມບັດອຸປະສັກໃດໆ ໂລກໄພໃດໆ ຂໍໃຫ້ຫາຍສິ້ນໄປ.

ຂໍໃຫ້ຂ້າພະເຈົ້າມີຄວາມສະຫວ່າງທັງທາງໂລກ ທາງທຳ ຕັ້ງແຕ່ບັດນີ້ຕາບເຂົ້າສູ່ພະນິພານເຖີດ.

ຂ້າພະເຈົ້າຂໍຖອນຄຳສັນຍາ ຄຳສາບານ ຄຳອະທິຖານທີ່ຜູກມັດດ້ວຍຕົວເອງ ແລະ ຜູ້ອື່ນ.

ຂໍໃຫ້ຕ່າງຝ່າຍຕ່າງເປັນອິດສະຫລະຈາກສັນຍາທັງປວງ ( ຫາກຂ້າພະເຈົ້າຫມົດອາຍຸແລ້ວ ຂ້າພະເຈົ້າຈະຂໍຢູ່ຕໍ່ເພື່ອສ້າງບາລະມີ )

ຈ້າພະເຈົ້າຍິນດີ ອະໂຫສິກຳໃຫ້ ຂໍຖອນຄວາມອາຄາດພະຍາບາດ ແລະ ຄຳສາບແຊ່ງ ໃນທຸກຊາດທຸກພົບຂໍໃຫ້ຂ້າພະເຈົ້າພົ້ນຈາກຄຳສາບແຊ່ງ ຂອງປວງຊົນ ຂອງເຈົ້າກຳ ນາຍເວນ.

ຫາກມີຜູ້ໃດເຄີຍສ້າງເວນສ້າງກຳກັບຂ້າພະເຈົ້າ ບໍ່ວ່າຈະຊາດໃດພົບໃດກໍ່ຕາມ.

ຂໍໃຫ້ພົ້ນນະລົກ ພູມ ພົບແສງສະຫວ່າງທັງທາງໂລກ ທາງທຳ ເຖີດ.

ສັດຕູທີ່ຄິດຮ້າຍ ຂໍໃຫ້ແພ້ໄພຕົວເອງໃຜທີ່ຄິດບໍ່ດີ ຂໍໃຫ້ສິ່ງນັ້ນຍ້ອນກັບໄປຫາເຈົ້າຂອງເອງ ສາທຸ ສາທຸ ສາທຸ🙏🏼🙏🏼🙏#ຄວາມເຊື່ອສ່ວນບຸກຄົນເດີເຈົ້າ

Related Posts

Leave a Reply

Your email address will not be published. Required fields are marked *