
ເຮັດຕາມຄໍາສັນຍາ! ສາວມາດາມໂບມອບເງິນ 100 ລ້ານ ໃຫ້ທີມຊາດລາວ.

100 ລ້ານຕາມສັນຍາ ເດີ້ຂອບໃຈທ່ານໄມຕີ master Trade ເອື້ອຍນາງ ໝໍນິດ ເດີ້ ທີ່ເຮັດໃຫ້ມັນຄົບ 100 ລ້ານ.

ເຮັດຕາມຄໍາສັນຍາ! ຂອບໃຈມາດາມໂບ ແລະ ຜູ້ສະໜັບສະໜຸນໃຈດີ ກຽມພ້ອມມອບເງິນໃຫ້ນັກກີລາບານເຕະທີມຊາດລາວເຮົາ 100 ລ້ານກີບ ຫຼັງຈາກນັກກີລາກັບມາຈາກການກັກໂຕ..

ເວົ້າໄດ້ວ່າ ສ້າງຄວາມຄຶກຄື້ນໃຫ້ວົງການກີລາບານເຕະ ທີມເຊຍ ແລະ ຍັງເປັນກໍາລັງໃຈສໍາຄັນໃນການຊຸກຍູ້ນັກກີລາຢ່າງເຖິງທີ່ສຸດ.
ເຊິ່ງທີມລາວເຮົາເອງກໍສາມາດ ຕິດ 1 ໃນ 4 U23 ພາປະເທດລາວ ເຂົ້າຮອບ 4 ທີມສຸດທ້າຍ ພິເສດໄດ້ທີ 3 ຮ່ວມກັບຕິມໍ ກາຍເປັນປະຫວັດສາດໜ້າໃໝ່ຂອງວົງການບານເຕະໄດ້ກັບມາຕື່ນເຕັ້ນອີກຄັ້ງ..

ທັງນີ້ ທີມຊາດລາວເຮົາກໍສາມາດຄວ້າໄດ້ທີ 3 ຕາມຄໍາສັນຍາ ມາດາມໂບ ແລະ ຜູ້ສະໜັບສະໜຸນຜູ້ໃຈໃຫຍ່ຢູ່ແລ້ວຈຶ່ງກຽມພ້ອມຈ່າຍ 100 ລ້ານກີບ ຊົມເຊີຍ.

(ຄລິບ)