ຊີ້ແຈງຄືນ ກ່ຽວກັບເອກະສານພາຍໃນ ທີ່ຖືກຕີແຜ່ທາງສື່ອ່ອນລາຍ ໃນການເພີ່ມການປ້ອງກັນຄວາມສະຫງົບ

” ໜັງສືແຈ້ງການ “ໜັງສືຊີ້ແຈງ ສະບັບເລກທີ 0100/ຫວກ ນະຄອນຫຼວງວຽງຈັນ, ວັນທີ 1 ມີນາ 2022; ເຖິງ: ບັນດາກົມກອງອ້ອມຂ້າງ ກະຊວງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກອງບັນຊາການ ປກສ ແຂວງທົ່ວປະເທດ, ຕະຫຼອດຮອດທຸກ ພາກສ່ວນໃນສັງຄົມ.

ເລື່ອງ: ຂໍຊີ້ແຈງຄືນກ່ຽວກັບແຈ້ງການຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບສະບັບ ເລກທີ 0097/ຫວກ, ລົງວັນທີ 25 ກຸມພາ 2022.

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຕາງໜ້າໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຂໍ ຖືເປັນກຽດຊີ້ແຈງຄວາມເປັນຈິງມາຍັງ ບັນດາກົມກອງທັງສູນກາງ ແລະ ທ້ອງຖິ່ນ, ຕະຫຼອດຮອດທຸກພາກສ່ວນໃນສັງ ຄົມ ໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ຮັບຊາບທົ່ວເຖິງກັນວ່າ:

ໃນໄລຍະຜ່ານມາ ກຳລັງປ້ອງກັນຄວາມສະຫງົບ ໄດ້ສຸມກຳລັງເຂົ້າໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດ ໃຫ້ກຳລັງປ້ອງກັນຈຳນວນບໍ່ໜ້ອຍ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ;

ສະນັ້ນ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກແຈ້ງການສະບັບ ເລກທີ 0097/ຫວກ, ລົງວັນທີ 25 ກຸມພາ 2022 ກ່ຽວກັບການເພີ່ມທະວີວຽກງານປະຈຳການກຽມພ້ອມສູ້ຮົບ ແນໃສ່ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານປະຈຳການ ເພື່ອກຽມພ້ອມປະຕິບັດໜ້າທີ່ຮັກສາຄວາມສະຫງົບ,

ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ແກ້ໄຂເຫດການຕ່າງໆ ທີ່ອາດ ຈະເກີດຂຶ້ນ; ເຊິ່ງການອອກແຈ້ງການສະບັບດັ່ງກ່າວ ເຖິງບັນດາກົມກອງ, ເຫຼົ່າວິຊາສະເພາະນັ້ນ ມັນແມ່ນວຽກງານ, ແມ່ນລະບອບການຊີ້ນຳ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບຢ່າງເປັນປົກກະຕິ ໃນແຕ່ລະໄລຍະ ເພື່ອຍົກສູງສະຕິຄວາມຮັບຜິດຊອບ.

ໃນການຈັດຕັ້ງປະຕິບັດວຽກງານປະຈຳການພາຍໃນກຳລັງປ້ອງກັນຄວາມສະຫງົບ.ສ່ວນກໍລະນີການນຳເອົາໜັງສືພິມທາງລັດຖະການສະບັບດັ່ງກ່າວ

ໃນການຈັດຕັ້ງປະຕິບັດວຽກງານປະຈຳການພາຍໃນກຳລັງປ້ອງກັນຄວາມສະຫງົບ.ສ່ວນກໍລະນີການນຳເອົາໜັງສືພິມທາງລັດຖະການສະບັບດັ່ງກ່າວ ລົງສື່ສັງຄົມອອນລາຍໂດຍບໍ່ໄດ້ຮັບອະນຸຍາດ, ເຮັດໃຫ້ສັງຄົມເກີດຄວາມສັບສົນ,

ນໍາສະເໜີທັດສະນະຕ່າງໆທີ່ບໍ່ແທດເໝາະກັບຄວາມເປັນຈິງ ກະຊວງປ້ອງກັນຄວາມສະຫງົບ ຈະໄດ້ດຳເນີນການ ກວດກາ, ປະຕິບັດຕາມກົດໝາຍ, ລະບຽບການ ແລະ ຂໍ້ຫ້າມຂອງກຳລັງປ້ອງກັນຄວາມ ສະຫງົບ.

ດັ່ງນັ້ນ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບຢ່າງທົ່ວເຖິງ ແລະ ຂໍຄວາມຮ່ວມມືຈາກທຸກພາກສ່ວນໃນສັງຄົມ ໃຫ້ຍົກສູງສະຕິໃນການ ບໍລິໂພກຂ່າວສານ ຜ່ານສື່ສັງຄົມອອນລາຍ.ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ:

Related Posts

Leave a Reply

Your email address will not be published. Required fields are marked *