ການລາຍງານຂ່າວ ໃນມື້ນີ້ ວັນທີ 02/03/2022.
ເວລາ 10:30 ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19.
ຊີ້ໃຫ້ຮູ້ວ່າ ເຖີງວ່າໂຕເລກລາຍງານບໍ່ສູງຫຼາຍ ແຕ່ສະພາບການລະບາດໃນຕ່າງປະເທດລວມທັງບັນດາປະເທດອ້ອມຂ້າງ ສປປ ລາວ ກໍ່ຍັງບໍ່ມີທ່າອຽງຫຼຸດລົງ ເນື່ອງຈາກການລະບາດຂອງສາຍພັນໂອໄມຄຣອນໃນຊຸມຊົນ.
ສຳລັບ ສປປ ລາວ ສັງເກດເຫັນວ່າສະເພາະນະຄອນຫຼວງວຽງຈັນມື້ນີ້ ກໍ່ຄົບຮອບ 1 ເດືອນເຕັມທີ່ໂຕເລກລາຍງານເປັນສອງໂຕເລກ, ແຕ່ມື້ນີ້ໂຕເລກລາຍງານໃນນະຄອນຫຼວງມີ 3 ໂຕເລກ, ລວມທັງພົບຜູ້ຕິດເຊື້ອສາຍພັນໂອໄມຄຣອນທີ່ຍັງບໍ່ທັນຮູ້ແຫຼ່ງທີ່ມາຢູ່ ນະຄອນຫຼວງວຽງຈັນ 2 ກໍລະນີ ,
ນີ້ກໍ່ເປັນສັນຍານເຕືອນໃຫ້ພວກເຮົາທຸກຄົນຈົ່ງມີສະຕິໃນການ ຕິດຕາມເຝົ້າລະວັງ ແລະ ການປ້ອງກັນການຕິດເຊື້ອຈາກພະຍາດໂຄວິດ-19 ຢ່າງເຄັ່ງຄັດ ໂດຍສະເພາະມື້ນີ້ທາງຄະນະສະເພາະກິດກໍ່ໄດ້ອອກແຈ້ງການໃໝ່ ສະບັບເລກທີ 258 / ຫສນຍ ລົງວັນທີ່ 1 ມີນາ 2022 ກໍ່ຂໍໃຫ້ບັນດາທ່ານຈົ່ງພ້ອມໃຈກັນປະຕິບັດຢ່າງເຄັ່ງຄັດ, ຄຽງຄຸ່ກັບການປ້ອງກັນການຕິດເຊື້ອພະຍາດໂຄວິດ-19.
ໃນໄລຍະນີ້ອາກາດກໍ່ມີການປ່ຽນແປງ ບາງພື້ນທີ່ອາກາດຈະໜາວເຍັນ ແລະ ພະຍາດຕາມລະດູການກໍ່ເລີ່ມມີຫຼາຍຂື້ນເປັນຕົ້ນແມ່ນ ຖອກທ້ອງ, ໄຂ້ຫວັດຕາມລະດູການ, ໄຂ້ຍຸງລາຍ ແລະ ພະຍາດອື່ນໆ ກໍ່ຂໍໃຫ້ບັນດາທ່ານຈົ່ງຮັກສາສຸຂະພາບຂອງຕົນເອງ ແລະ ສະມາຊິກໃນຄອບຄົວ,
ຫຼາຍທ່ານທີ່ບໍ່ສະບາຍ ຫຼື ມີອາການຄ້າຍຄືໄຂ້ຫວັດກໍ່ຂໍໃຫ້ໄປກວດຊອກຫາເຊື້ອເພາະຖ້າພວກເຮົາຄົ້ນພົບໄວ ກໍ່ໄດ້ຮັບການປີ່ນປົວທັນການ ເພື່ອຫຼີກລຽງບໍ່ໃຫ້ກ້າວເຂົ້າສູ່ຂັ້ນວິກິດ ຫຼື ເສຍຊີວິດ.
