ເດືອດໜັກ..ເປັນເລື່ອງ. ຣັສເຊຍ ເຕືອນ ເມກາ NATO. ຖ້າໂລກນີ້ບໍ່ມີຣັສເຊຍ ກໍ່ຈະບໍ່ມີໃຜໄດ້ຢູ່.

ເດືອດໜັກ..ຣັສເຊຍ ມີຈຳນວນຫົວຮົບນິວເຄຼຍ ຫລາຍກວ່າ ເມກາ ເເລະກຸ່ມປະເທດ NATO ລວມກັນ. ຣັສເຊຍ 6257ລູກ ເມກາ NATO ມີ 6.065ລູກ💥

ຫາກໂລກນີ້ບໍ່ຕ້ອງການຣັສເຊຍ ຣັສເຊຍກໍບໍ່ມີເຫດຜົນທີ່ຈະຮັກສາໂລກໜ່ວຍນີ້ເອົາໄວ້..(ອ້າວ ຊວຍບະກູ)“..ເປັນຫຍັງພວກເຮົາຈິ່ງຍັງຕ້ອງການໂລກອີກ.. ຫາກພວກເຮົາບໍ່ໄດ້ຢູ່ໃນໂລກ.?.”

ດມິທຣີ ກີເຊລຢອຟ ຫົວໜ້າຝ່າຍໂຄສະນາຣັສເຊຍ ກ່າວ ມື້ນີ້..ເຂົາເສີມວ່າ:“..ເຮືອດຳນ້ຳຣັສເຊຍ ສາມາດຍິງນິວເຄຼຍໄດ້ເຖິງ 500 ລູກ ມັນພຽງພໍທີ່ຈະທຳລາຍລ້າງອະເມຣິກາ ແລະປະເທດນາໂຕໃຫ້ຮາບຄາບໄດ້..

ຍັງບໍ່ລວມເຖິງກ ງກຳລັງມິສໄຊລ໌ພາກພື້ນດິນ ອາກາດ ແລະອະວະກາດ ທີ່ປະສົມປະສານກັບເທັກໂນໂລຍີສະໄໝໃໝ່ໄຮເປີຣ໌ໂຊນິກ ເຊິ່ງພວກນັ້ນຢູ່ລະດັບປາຍແຖວ ບໍ່ມີທາງຈະຮັບມືໄດ້..” ກີເຊລຢອຟ ກ່າວ..“..ບໍ່ມີຣັສເຊຍຄົນໃດຕ້ອງການໃຫ້ມັນເປັນແບບນີ້..

ຢູເຄຣນຄືພີ່ນ້ອງຂອງເຮົາ ແຕ່ບາງຄັ້ງເຮົາກໍຕ້ອງໄດ້ສັ່ງສອນພີ່ນ້ອງຂອງເຮົາທີ່ມີຄວາມຄິດໂງ່ໆເຂົ້າມາໃນຫົວຂອງມັນ..” ກີເຊລຢອຟ ກ່າວ.

.ຄຼິບ

Related Posts

Leave a Reply

Your email address will not be published. Required fields are marked *