
ມະຫາເສດຖີ ຈົກທືນສ້າງບ້ານ ເກືອບ 300 ຫຼັງ ໃຫ້ຊາວບ້ານ ເພື່ອຕອບແທນບ້ານເກີດ..ເສີນເສີງ ມະຫາເສຣດຖີຊາວຈີນ ຜູ້ກໍ່ຕັ້ງເຄື່ອງດື່ມ ເສີນເສີນ ເປັນເຈົ້າຂອງ ບໍລິສັດຂະໜາດໃຫຍ່ຂອງຈີນ Tiandi No 1 Beverage Inc

ຊຶ່ງເປັນຜູ້ຜະລິດນ້ຳອັດລົມແລະເຕີບໂຕຂຶ້ນໃນຄອບຄົວຍາກຈົນໃນຫມູ່ບ້ານຈີນຂະໜາດນ້ອຍ ຫວັງຈະຕອບແທນບ້ານເກີດຂອງທ່ານໃນເມືອງກວນຮູມົນຖົນກວາງຕຸ້ງ.
ດ້ວຍການຈົບທືນເພື່ອສ້າງບ້ານ 258 ຫຼັງເພື່ອໃຫ້ຊາວບ້ານທີ່ທຸກຍາກຂາດຂືນໄດ້ມີທີ່ຢູ່ອາໄສ ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມກໍ່ສ້າງແລ້ວຕັ້ງແຕ່ເມື່ອຫ້າປີກ່ອນ.

ສຳລັບບ້ານໃນແຕ່ລະຫຼັງມີຫ້າຫ້ອງນອນສອງຫ້ອງນັ່ງຫລິ້ນ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ. ນອກຈາກນີ້ທ່ານຍັງສະເໜີການຈ້າງງານໃຫ້ກັບຜູ້ທີ່ເຂົ້າມາຢູ່ອາໄສ ບໍ່ວ່າະຈະເປັນການສ້າງສວນລິ້ນຈີ່ ແລະ ລ້ຽງໝູຂະໜາດໃຫຍ່ ຊຶ່ງຈະ
ຮອງຮັບການເຮັດວຽກງານກວ່າໜຶ່ງຮ້ອຍຕຳແໜ່ງ ແລະ ຊາວບ້ານແຕ່ລະຄົນຈະມີທືນໃຊ້ ເຮັດໃຫ້ບໍ່ຕ້ອງຫ່ວງເລື່ອງຂອງຊີວິດຄວາມເປັນຢູ່ທັງໃນປະຈຸບັນແລະອະນາຄົດຂອງລູກຫຼານເລີຍຊາວບ້ານໄດ້ຍ້າຍເຂົ້າໄປຢູ່ໃນຫມູ່ບ້ານທີ່ມະຫາເສດຖີ ສ້າງຂື້ນເມື່ອມື້ຈັນທີ່ຜ່ານມາ ຊາວບ້ານໃນ

ຫມູ່ບ້ານເຮັດດົງດັງໄປທົ່ວໆທຸກຂອບເຂດຂອງຈີນ ເຊີ່ງມູນຄ່າການກໍ່ສ້າງຫມູ່ບ້ານຂອງມະຫາເສດຖີໄວ 54 ປີ ນັ້ນລວມທັງຫມົດ 200 ລ້ານຢວນ (ໜຶ່ງພັນລ້ານບາດ ຫລື ທຽບເທົ່າ 350 ຕື້ກວ່າກີບ) ໃນການສ້າງບ້ານໃໝ່ໃຊ້ຊາວບ້ານ ດ້ວຍຄວາມຕັ້ງໃຈວ່າຈະຕອບແທນບ້ານເກີດແມ່ນເປັນບ້ານທີ່ມີທີ່ຢູ່ອາໄສ ແລະ ມີວຽກງານທຳ.
ສະແດງວ່າມະຫາເສດຖີຄົນນີ້ແມ່ນບໍ່ໄດ້ລືມບ້ນເກີດເມືອງນອນຂອງຕົນ ແລະ ບໍ່ດ້ລືມບຸນຄຸນຂອງຢູ່ຍ່າຕາຍາຍ, ອາ ອ່າວ ທັງຫລາຍເຖິງແມ່ນວ່າໃນຕອນແຮກຈະການໂຕ້ແຢ້ງເກີດຂຶ້ນວ່າໃຜຈະເປັນຜູ້ທີ່ຈະໄດ້ຮັບບ້ານໃໝ່ແລະ
ຈະຈັດການກັບບ້ານເກົ່າຢ່າງໃດ ທັງຫມົດເຖິງຊາວບ້ານຫຼາຍຄົນບອກວ່າລູກຫຼານແຕ່ງງານມີຄອບຄົວໄປກັນຫຼາຍຄົນຄອບຄົວຈຶ່ງມີຂະໜາດໃຫຍ່ຂຶ້ນບໍ່ພໍສຳລັບການຢູ່ນຳກັນ ແລະບັນຫາອື່ນໆ
ຈົນການກໍ່ສ້າງຕ້ອງຖືກລະງັບຊົ່ວຄາວ ແຕ່ສຸດທ້າຍແລ້ວເສີນກໍຕັດສິນໃຈວ່າຈະຈັດສັນບ້ານໃຫ້ຊາວບ້ານຜ່ານການຈັບສະລາກ
ທີ່ມາ: NBA News