ໄຟສົງຄາມລຸກຮ້ອນ🇷🇺🇺🇦
ເກາະຕິດສົງຄາມຢູເຄຣນ 1/3/22 ເວລາ 01:34 ໂມງ.

ໂວໂລດິມີ ເຊເລນສະກີ ປະທານາທິບໍດີຢູເປັນ ລົງນາມໃບສະຫມັກເຂົ້າສະມາຊິກສະຫະພາບເອີຣົບແລ້ວ.
ພາບວິນາທີການລົງນາມໄດ້ຖືກເຜີຍແພ່ຜ່ານທາງທະວິດເຕີທາງການຂອງລັດຖະສະພາຢູເຄຣນ ພ້ອມຂໍ້ຄວາມລະບຸວ່າ “ນີ້ເປັນຊ່ວງເວລາແຫ່ງປະຫວັດສາດ”.

ຂະນະດຽວກັນ ອັນດຣີ ເບຕາ ຫົວຫນ້າສຳນັກງານປະທານາທິບໍດີຢູເຄຣນ ໂພສເທີງເຟສບຸ໊ກທາງການຢືນຢັນວ່າ ປະທານາທິບໍດີໂວໂລດິມີ ເຊເລນສະກີ ໄດ້ລົງນາມໃນໃບສະຫມັກດັ່ງກ່າວ ຮ່ວມກັບປະທານລັດຖະສະພາ ແລະ ນາຍົກລັດຖະມົນຕີຂອງຢູເຄຣນ.
*ຕອນນີ້ໃບສະຫມັກກຳລັງເດີທາງໄປບຣັສເຊວ!

ການສະຫມັກເຂົ້າ EU ຂອງຢູເຄຣນກໍ່ເພື່ອໃຫ້ສະຫະພາບເອີຣົບສົ່ງອາວຸດ ແລະ ກຳລັງເຂົ້າໄປຊ່ວຍເຫລືອໄດ້ ແລະ ເພື່ອເປັນເກາະປ້ອງກັນໃຫ້ປະເທດຢູເຄຣນ.