ວັນທີ 28 ກຸມພາ 2022 ເວັບໄຊ້ຂ່າວ CNA ໄດ້ລາຍງານວ່າ: ກຸ່ມອຸດສາຫະກຳປ້ອງກັນປະເທດຂອງຢູເຄຣນ ເປີດເຜີຍວ່າ.
ເຮືອບິນຂົນສົ່ງ Antonov-225 ຂອງຢູເຄຣນ ແມ່ນເຮືອບິນຂະໜາດໃຫຍ່ສຸດຂອງໂລກ, ໄດ້ຖືກຍິງຕົກຢູ່ນອກເມືອງຄຽບ ນັບແຕ່ວັນທີ 4 ຂອງການໂຈມຕີຂອງຣັດເຊຍ.
ເຮືອບິນລຳດັ່ງກ່າວມີຄວາມຍາວ 84 ແມັດ ແລະ ສາມາດບັນທຸກສິນຄ້າໄດ້ເຖິງ 250 ໂຕນ ດ້ວຍຄວາມໄວສູງສຸດ 850 ກິໂລແມັດຕໍ່ຊົ່ວໂມງ.
ມັນຖືກເອີ້ນວ່າ “ມຮິຍາ”, ເຊີ່ງຫມາຍຄວາມວ່າ “ຄວາມຝັນ” ໃນພາສາຢູເຄຣນ ໂດຍເຮືອບິນລຳນີ້ ໄດ້ຖືກສ້າງຂຶ້ນເທື່ອທຳອິດ ເປັນສ່ວນຫນຶ່ງຂອງໂຄງການການບິນຂອງໂຊວຽດ ຊຶ່ງໄດ້ຂຶ້ນເປັນເທື່ອທຳອິດໃນປີ 1988 ດໍາເນີນການໂດຍສາຍການບິນ Ukrainian Antonov.
ເພື່ອຂົນສົ່ງສິນຄ້າທີ່ມີຄວາມຕ້ອງການສູງໃນຕອນເລີ່ມຕົ້ນການລະບາດຂອງພະຍາດໂຄວິດ-19ໃນການວິເຄາະຄວາມເສຍຫາຍຂອງຜູ້ຜະລິດອາວຸດຈາກກຸ່ມອຸດສາຫະກໍາປ້ອງກັນປະເທດຄາດຄະເນວ່າ ການສ້ອມແປງເຮືອບິນ ມຮິຍາ ຈະມີມູນຄ່າຫຼາຍກວ່າ 3 ຕື້ໂດລາ ແລະ ອາດຈະໃຊ້ເວລາຫຼາຍກວ່າ 5 ປີໃນການສ້ອມແປງ.
ທ່ານ ດາມີໂທ ຄູເລເບົາ ລັດຖະມົນຕີການຕ່າງປະເທດຂອງຢູເຄຣນໄດ້ກ່າວວ່າ: ຣັດເຊຍອາດທຳລາຍມຮິຍາຂອງພວກເຮົາ
ແຕ່ພວກເຂົາບໍ່ສາມາດທຳລາຍຄວາມຝັນທີ່ເຂັ້ມແຂງຂອງພວກເຮົາ ທີ່ຈະເປັນປະເທດເອີຣົບທີ່ເຂັ້ມແຂງ ມີອິດສະຫຼະ ແລະ ເປັນປະຊາທິປະໄຕ.