ຕາດູຕົນເດ້! ຜົວພາເມຍມາເກີດລູກມີເງິນຕິດໂຕແຕ່ 50 ພັນກີບ ບໍ່ມີຮອດເງິນຊິຈ່າຍຄ່ານອນໂຮງໝໍຊ້ຳ

ຕາດູຕົນເດ້! ຜົວພາເມຍມາເກີດລູກມີເງິນຕິດໂຕແຕ່ 50 ພັນກີບ ບໍ່ມີຮອດເງິນຊິຈ່າຍຄ່ານອນໂຮງໝໍຊ້ຳ.

ຜູ້ໃຊ້ເຟສບຸກຊື່ลัด โดราเอมอน ໄດ້ໂພສໃນວັນທີ 08/09/2021 ວ່າ:  ອີຕົນເດ້ລູກເອີ້ຍ ເດັກນ້ອຍຫາສິເກິດໄດ້2ໂລ3ຂີດ (ຜູ້ຊາຍ)ຜົວພາເມຍມາເກີດລູກເງີນຕິດໂຕມີ50ພັນກີບ ຄ່າຈ່ຳໂບ້ພາມາກາບໍ່ມີຈ່າຍດີແຕ່ເພີ່ນໃຈບຸນບໍ່ເອົານຳ ຜ້າອ້ອມຫໍ່ລູກກະບໍ່ມີແມ້ແຕ່ຜືນດຽວ.

ເຮົາອີ່ຕົນເລີຍນຳມາເບີ່ງຊ່ວຍເພີ່ນຕາມກຳລັງ ຂໍວອນແມ່ໆຊ່ວຍເພີ່ນແດ່ ຊ່ວຍເອົາບຸນນຳກັນ ໃຜພໍມີເສື້ອຜ້າເກົ່າ ເຄື່ອງໃຊ້ເດັກແດງ ແມ່ນີ້ຂໍຮັບບໍລິຈາກຊ່ວຍເພີ່ນແດ່ອີ່ຕົນຫລານນ້ອຍ ຍັງຄ່ານອນໂຮງຫມໍຈັກສິເອົາໃສໄປຈ່າຍເພີ່ນ ແມ່ນິກັບເອື້ອຍກະຊ່ວຍຄ່າຢາຜູ້ລະແສນຕາມກຳລັງປະຈຸບັນແມ່ນພັກຟື້ນຢູ່ໂຮງຫມໍເສດຖາ1ຄືນ ແຕ່ເງິນບໍ່ພໍຈ່າຍ.

ພໍ່ຊື່ ທ້າວ ສຳລີ ບໍ່ມີໂທລະສັບ ອາຊີບກຳມະກອນແມ່ຊື່ ນາງແກ້ວ ວ່າງງານສອງຜົວເມຍພັກເຊົາຢູ່ບ້ານວຽງຈະເລີນ.

Related Posts

Leave a Reply

Your email address will not be published. Required fields are marked *