ຢາປົວໂຄວິດ ຈະຖືກປັບລາຄາລົງເພາະລາວເຮົາ ມີ 7 ໂຮງງານທີ່ສາມາດຜະລິດຢາໄດ້

ຢາປົວໂຄວິດ-19 ຈະຖືກປັບລາຄາລົງເພາະລາວເຮົາ ມີ 7 ໂຮງງານທີ່ສາມາດຜະລິດຢາໄດ້.

ຮອດປັດຈຸບັນ, ລາວເຮົາ ມີໂຮງງານຜະລິດຢາ 7 ແຫ່ງ ທີ່ສາມາດຜະລິດຢາປິ່ນປົວພະຍາດໂຄວິດ-19, ໃນນີ້ມີ 3 ລາຍການຈາກ 3 ໂຮງງານ ທີ່ ກະຊວງສາທາລະນະສຸກ ອະນຸຍາດໃຫ້ນໍາໃຊ້ ເຂົ້າໃນການປິ່ນປົວພະຍາດໂຄວິດ-19 ໃນກໍລະນີສຸກເສີນແລ້ວ, ສ່ວນອີກ 4 ລາຍການ ພວມຢູ່ໃນໄລຍະຜະລິດ ແລະ ການກວດກາຄຸນນະພາບ.

ທ່ານ ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ ໃຫ້ຮູ້ໃນໂອກາດຖະແຫລງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ທີ່ ກະຊວງສາທາລະນະສຸກ ໃນວັນທີ 21 ກຸມພານີ້ ວ່າ:

ໂຮງງານຜະລິດຢາ ທັງ 7 ແຫ່ງ ໃນນີ້ ມີ 3 ລາຍການ ທີ່ ກະຊວງສາທາລະນະສຸກ ອະນຸຍາດໃຫ້ນໍາໃຊ້ປິ່ນປົວພະຍາດໂຄວິດ-19 ໃນກໍລະນີສຸກເສີນ ຄື:

(ຢາໂມລາໂກເວຍ) ຂອງໂຮງງານຜະລິດຢາເລກ 3,(ຢາໂມລກູແຄ) ຂອງໂຮງງານຜະລິດຢາຢວນຊູ( ຢາໂມລນູແຄ) ຂອງໂຮງງານຜະລິດຢາພັນທະມິດ.

ຢາທັງ 3 ລາຍການ ແມ່ນຂາຍໃນລາຄາບໍ່ເກີນ 400.000 ກີບ/ປ໋ອງ,

ສໍາລັບຢາອີກ 4 ລາຍການຂອງ 4 ໂຮງງານຜະລິດຢາ ຄື:ໂຮງງານໂກດູຟາ-ລາວ,ໂຮງງານຢາຕົງເໝິງ,ໂຮງງານຢາຈິນຊຽງໂຮງງານຜະລິດຢາ ຊີບີເອຟ.

ແມ່ນພວມຢູ່ໃນຂັ້ນຕອນຜະລິດ ແລະ ກວດກາຄຸນນະພາບຂອງຢາ ເພື່ອຮັບປະກັນການນໍາໃຊ້ປິ່ນປົວໃຫ້ມີຄຸນນະພາບສູງ.

ຂໍ້ມູນ LAO YOUTH

Related Posts

Leave a Reply

Your email address will not be published. Required fields are marked *