ລັດຖະບານເຫັນດີ! ອະນຸຍາດໃຫ້ສາມາດເປີດດ່ານປະເພນີ ແລະ ດ່ານທ້ອງຖິ່ນແລ້ວ

🔥🔥🔥 ລັດຖະບານເຫັນດີ! ອະນຸຍາດໃຫ້ສາມາດເປີດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການນຳເຂົ້າ-ສົ່ງອອກສິນຄ້າ

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ລົງວັນທີ 03 ກຸມພາ 2022 ກ່ຽວກັບ ທິດຊີ້ນຳຂອງກອງປະຊຸມລັດຖະບານຕໍ່ກັບມາດຕະການປ້ອງກັນຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19.

ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າປັດຈຸບັນ ລັດຖະບານ ໄດ້ເຫັນດີອະນຸຍາດ ໃຫ້ສາມາດເປີດດ່ານປະເພນີ ແລະ ດ່ານທ້ອງຖິ່ນສໍາລັບການນຳເຂົ້າ-ສົ່ງອອກສິນຄ້າຕາມລະບຽບການ, ແຕ່ຕ້ອງບົນພື້ນຖານຄວາມພ້ອມໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 .

ແລະ ຄວາມເປັນເອກະພາບຮ່ວມກັນລະຫວ່າງບັນດາແຂວງຂອງປະເທດທີ່ມີດ່ານຊາຍແດນຮ່ວມກັນພາຍຫຼັງທີ່ເປັນເອກະພາບແລ້ວ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ.

ສາມາດເປີດດ່ານດັ່ງກ່າວໄດ້ໂດຍບໍ່ຈຳເປັນຕ້ອງສະເໜີມາຍັງຄະນະສະເພາະກິດຂອງສູນກາງອີກ

Related Posts

Leave a Reply

Your email address will not be published. Required fields are marked *