ເມື່ອບໍ່ເທົ່າໃດນາທີຜ່ານມາ ສະຫະພັນບານເຕະແຫ່ງຊາດລາວ (LAO FOOTBALL FEDERATION) ແຈ້ງວ່າ: ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ຖອນທີມຈາກການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022.
ໃນແຈ້ງການລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖອນທີມຈາກການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2012 ເນື່ອງຈາກສະຖານະການຂອງນັກກິລາ ພາຍໃນທີມຊາດລາວ ໄດ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 13 ທ່ານ ແລະ ນັກເຕະມີອາການບາດເຈັບອີກ 6 ທ່ານ ຈາກເກມການແຂ່ງຂັນໃນນັດທີ່ຜ່ານມາ ພົບກັບທີມຊາດມາເລເຊຍ ແລະ ທີມຊາດໄທ ເຮັດໃຫ້ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຍັງເຫຼືອນັກກິລາພຽງ 6 ຄົນເທົ່ານັ້ນ ທີ່ສາມາດລົງຊື່ແຂ່ງຂັນໄດ້.
ດັ່ງນັ້ນ ຄະນະນໍາ ແລະ ຄະນະຄູຝຶກ ເຫັນດີຕັດສິນໃຈຂໍຖອນທີມ ຈາກການແຂ່ງຂັນ ຮອບຊີງທີ 3 ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດ ຕີມໍເລສເຕ ໃນວັນທີ 26 ກຸມພາ 2022 ນີ້.
ສະຫະພັນບານເຕະແຫ່ງຊາດລາວ, ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ຈຶ່ງຂໍສະແດງຄວາມເສຍໃຈ ແລະ ຂໍໂທດມາຍັງພໍ່ແມ່ປະຊາຊົນ ແລະ ແຟນບານທົ່ວປະເທດມານະທີ່ນີ້ດ້ວຍ.
