
ສຳນັກຂ່າວສານຕ່າງປະເທດລາຍງານຈາກນະຄອນຫຼວງກຽບຂອງອູແກຣນໃນວັນທີ 25 ກຸມພານີ້ວ່າ: ປະທານາທິບໍດີອູແກຣນ Voldymir Zelensky ໄດ້ກ່າວຜ່ານໂທລະພາບແຫ່ງຊາດ.

ໃນຕອນຮຸ່ງເຊົ້າຂອງວັນສຸກຕາມເວລາທ້ອງຖິ່ນ, 24 ຊົ່ວໂມງທຳອິດຫຼັງຈາກກອງທັບຣັດເຊຍໄດ້ເຂົ້າໄປປະຕິບັດງານທາງທະຫານ.ໃນເຂດ Donbas ທາງຕາເວັນອອກ ມີຢ່າງໜ້ອຍ 137 ຄົນເສຍຊີວິດ ໃນນັ້ນມີທະຫານ ແລະພົນລະເຮືອນ ແລະອີກຫລາຍຄົນໄດ້ຮັບບາດເຈັບ…

ຄວາມເສຍຫາຍພາຍຫຼັງທີ່ ຣັດເຊຍບຸກໂຈມຕີຫຼາຍເມືອງສໍາຄັນຂອງຢູເຄຣນ ທັງທາງບົກ ແລະ ທາງອາກາດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍສົບ. ຂະນະທີ່ ຝ່າຍຢູເຄຣນ ກໍອອກມາອ້າງວ່າສາມາດຍີງເຮືອນບິນຣັດເຊຍຕົກ 5 ລໍາ ແລະ ເຮລີຄອບເຕີ້ອີກ 1 ລໍາ ສົ່ງຜົນໃຫ້ສະຖານະການຕອນນີ້ຕຶງຄຽດທີ່ສຸດໃນເຂດພື້ນທີ່ປະທະ.

ໃນຂະນະນັ້ນ, ຜູ້ນຳອູແກຣນກໍ່ປະກາດ “ການເຄື່ອນໄຫວທົ່ວປວງຊົນ” ຂອງທົ່ວປະເທດຄວນສຳເລັດພາຍໃນ 90 ວັນ, ໂດຍຮຽກຮ້ອງໃຫ້ລະດົມກຳລັງສຳຮອງ ແລະທະຫານບົກທັງໝົດ.
ເຈົ້າໜ້າທີ່ຂັ້ນສູງອົງການອົບພະຍົບຂອງສະຫະປະຊາຊາດ (UNSC) ໄດ້ລາຍງານການລີ້ໄພຂອງຊາວຢູເຄຣນ 100,000 ກວ່າຄົນໃນມື້ທຳອິດຂອງການປະທະກັນ.

ສ່ວນໃຫຍ່ເດີນທາງໄປປະເທດເພື່ອນບ້ານ ເຊັ່ນ: ໂປແລນ, ມອນໂດວາ, ໂຣມາເນຍ ແລະ ຮັງກາຣີ… ປະທານາທິບໍດີ Vladimir Putin ກ່າວໃນຕອນນຶ່ງໃນຖະແຫຼງການຂອງການປະຕິບັດງານທາງທະຫານ. ໃນວັນພະຫັດວານນີ້ ໄດ້ຢືນຢັນວ່າ ຣັດເຊຍບໍ່ມີເຈດຕະນາຈະຍຶດຄອງຢູເຄຣນ.
ແຕ່ລັດຖະບານ ມອສໂຄ “ບໍ່ມີທາງເລືອກອື່ນ” ແລະ “ຈະຕອບສະຫນອງທັນທີ. ຖ້າກຳລັງພາຍນອກພະຍາຍາມແຊກແຊງ.” “ບຸກໂຈມຕີຣັດເຊຍຈະພາໃຫ້ເກີດຜົນຮ້າຍຢ້ອນຫຼັງຕໍ່ຜູ້ຮຸກຮານ”…ລັດ.
ດຖະບານມອສໂຄ ໄດ້ຮຽກຮ້ອງໃຫ້ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ້, ໃນນັ້ນ ສະຫະລັດ ເປັນສະມາຊິກສຳຄັນ, ຕອບສະໜອງ “ການຮັບປະກັນຄວາມປອດໄພ” ທີ່ລວມເຖິງການບໍ່ຂະຫຍາຍອິດທິພົນທາງທະຫານໃນພາກຕາເວັນອອກ. ແລະ
ບໍ່ຮັບເອົາຢູເຄຣນເຂົ້າເປັນສະມາຊິກຂອງນາໂຕ “ເພື່ອຢຸດການຂົ່ມຂູ່” ຕໍ່ຄວາມປອດໄພຂອງລັດເຊຍ ແຕ່ນາໂຕ້ແລະອາເມລິກາບໍ່ໄດ້ຕອບໂຕ້….
…………ຊົມຄລີບ…………