ເລີ່ມແລ້ວ ຣັສເຊຍ ເປີດສາກຍິງມິດໄຊຖະລົ່ມຫຼາຍເມືອງໃນປະເທດຢູເຄຣນ

ກອງທັບຣັສເຊຍເລີ່ມເປີດສາກຍິງຂີປະນາວຸດຖະລົ່ມເປົ້າໝາຍຫຼາຍເມືອງຂອງປະເທດຢູເຄຣນ ພ້ອມສົ່ງກອງກຳລັງຍົກພົນກຳລັງບຸກຊາຍຝັ່ງທາງຕອນໃຕ້ ຫຼັງຈາກທີ່ປະທານາທິບໍດີ ວະລາດິມີ ປູຕິນ ເຊັນຄຳສັ່ງເລີ່ມປະຕິບັດການພິເສດທາງກອງທະຫານໃນວັນທີ 24 ກຸມພາ 2022

ດ້ານຜູ້ນຳຢູເຄຣນ ໂວໂລດິມີ ເຊເລນສກີ ຖະແຫຼງການປະກາດກົດໄອຍາການເສິກ ແລະ ໄດ້ໂທລະສັບປຶກສາຫາລືກັບປະທານາທິບໍດີ ໂຈ ໄບເດນ ແຫ່ງສະຫະລັດອາເມລິກາ ແລະ ມີການລະດົມກຳລັງພົນສຳຮອງເຂົ້າປະຕິບັດໜ້າທີ່ຮັບໃຊ້ຊາດຕັ້ງແຕ່ຕອນຄືນຂອງວັນທີ 23 ຕຸລາ 2022

ດ້ານຜູ້ນຳ UN ອ້ອນວອນໃຫ່ປູຕິນ ຢຸດສົງຄາມເພື່ອເຫັນແກ່ມະນຸດສະທຳ ແລະ ປະທານາທິບໍດີ ໂຈ ໄບເດນ ແຫ່ງສະຫະລັດອາເມລິກາ ເຕືອນວ່າຣັສເຊຍ ຕ້ອງຮັບຜິດຊອບຕໍ່ການເຂັນຂ້າ ແລະ ການທຳລາຍລ້າງທີ່ເກີດຂື້ນ ນອກນີ້ເລຂາທິການນາໂຕ ເຢນ ສໂຕນເຕນເບີກ ອອກມາປະນາມຣັສເຊຍວ່າ ຂາດຄວາມຢັບຢັງສັ່ງໃຈ ແລະ ເປັນຝ່າຍໂຈມຕີຢູເຄຣນກ່ອນ.
ເຫດການທີ່ເກີດຂື້ນໃນຄັ້ງນີ້ຜູ້ນຳຣັສເຊຍອ້າງວ່າ ບໍ່ມີທາງເລືອກ ຈຳເປັນຕ້ອງຢຸດໄພຄຸກຄາມທີ່ເກີດມາຈາກຢູເຄຣນ ທີ່ມີຈິດໃຈຝັກໄຝ່ຕາເວັນຕົກ ຮັສເຊຍບໍ່ຮູ້ສຶກປອດໄພ, ພັດທະນາ ແລະ ດຳລົງຢູ່ໄດ້ ຕາບໃດທີ່ມີໄພຄຸກຄາມຈາກດິນແດນຢູເຄຣນຍຸກໃໝ່ເຂົ້າມາຢ່າງຕໍ່ເນື່ອງ

ຕໍ່ກັບເຫດການໃນຄັ້ງນີ້ສົ່ງຜົນໃຫ້ດັດຊະນີຫຸ້ນໂລກຫຼຸດລົງທັນທີ່ ຄ່າເງີນໂດລາ ແລະ ລາຄາຄຳປັບໂຕສູງຂື້ນ ເຊັ່ນດຽວກັນກັບລາຄານໍ້າມັນທີ່ທະລຸເຖິງ 100 $/ບາເຣລ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2014
