ນາຍົກລັດຖະມົນຕີ ເນັ້ນໃຫ້ຄົນລາວຕ້ອງສາມັກຄີກັນແກ້ໄຂຈາກສະພາບການລະບາດພະຍາດ ໂຄວິດ-19 .
ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ກ່າວເນັ້ນໃຫ້ຄົນລາວຕ້ອງສາມັກຄີກັນຜ່ານຜ່າວິກິດຄວາມຫຍຸ້ງຍາກຈາກສະພາບການລະບາດພະຍາດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໂດຍກ່າວວ່າ:

( ຄົນລາວຕ້ອງສາມັກຄີກັນ ຮັກແພງກັນ ເຈົ້າໜ້າທີ່ຕ້ອງເຫັນໃຈຜູ້ປ່ວຍຜູ້ຕິດເຊື້ອ,ຜູ້ປ່ວຍ ຫຼື ແຮງງານທີ່ເຂົ້າມາ ຕ້ອງເຫັນໃຈໜ້າທີ່ທີ່ຮັບໃຊ້ບໍລິການສັງຄົມ ) ຄອບຄົວ ແລະ ທຸກພາກສ່ວນ ໃນສັງຄົມຕ້ອງເປັນເຈົ້າການແກ້ໄຂບັນຫາໂຄວິດ 19 ບໍ່ໃຫ້ເອີ່ຍອີງໃສ່ແຕ່ການຈັດຕັ້ງ.
ເພາະເຫດການລະບາດໂຄວິດ -19 ແມ່ນເຫດການທີ່ບໍ່ເພິ່ງປາຖະໜາບໍ່ມີໃຜຢາກໃຫ້ເກີດ ແຕ່ເມື່ອມັນເກີດຂຶ້ນແລ້ວຕ້ອງຮ່ວມກັນແກ້ໄຂ.
ຄຳໂອ້ລົມຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີຕໍ່ຄະນະພັກອົງການປົກຄອງແຂວງຈຳປາສັກ,ບັນດາແຂວງພາກໃຕ້, ຄະນະສະເພາະກິດຂັ້ນແຂວງ ,ພະນັກງານແພດໝໍ ແລະຜູ້ຕດເຊືອໂຄວິດ 19 ມີຂຶຶ້ນໃນວັນທີ 29 ກໍລະກົດ 2021 ຢູ່ທີສະໂມສອນຫຼັກ 4 ແລະສຸນປິ່ນປົວພາກສະໜາມວິທະຍາໄລການເງິນນພາກໃຕ້ ນະຄອນປາກເຊ ແຂວງຈຳປາສັກ.

ຊຶ່ງຄຳໂອ້ລົມໄດ້ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ,ລັດຖະບານຕໍ່ຊີວິດການເປັນຢູ່ຂອງປະຊົນລາວບັນດາເຜົ່າ ເວົ້າສະເພາະຕໍ່ວຽກການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ – 19 ໃຫ້ໄດ້ໂດຍໄວ.
+ເກດສະໜາ ແກ້ວສຸວັນນະແສງ