ສ.ເກົາຫລີ ເພີ່ມເງິນເດືອນ ໃຫ້ພະນັກງານ 3,6%
ຂປລ.ອ້າງຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 21 ເດືອນກຸມພາ, ຂໍ້ມູນຈາກ ສຳນັກງານ ສະຖິຕິ ສ.ເກົາຫລີ ເປີດເຜີຍວ່າ: ລາຍໄດ້ ສະເລ່ຍ ຕໍ່ເດືອນ ຂອງ ຜູ້ທ່ີມີລາຍໄດ້ ຂອງຊາວ ສ.ເກົາຫລີ ໄດ້ເພີ່ມຂຶ້ນ ໃນລະດັບ ຕົວເລກດຽວ ໃນປີ 2020.
ຄົນງານ ພາຍໃນ ປະເທດ ໄດ້ຄ່າຈ້າງ ສະເລ່ຍ ຕໍ່ເດືອນ 3,2 ລ້ານວອນ ໃນເດືອນທັນວາ ປີ 2020, ເພີ່ມຂຶ້ນ 110.000 ວອນ ກວມເອົາ 3,6% ເມື່ອທຽບໃສ່ ປີ 2020, ພະນັກງານ ເງິນເດືອນ ໂດຍໄດ້ຮັບ ຄ່າຈ້າງ ສະເລ່ຍ ຕໍ່ເດືອນທີ 1,5-2,5 ລ້ານວອນ, ກວມເອົາ 27,9% ຂອງ ຜູ້ທ່ີມີລາຍໄດ້ ທັງໝົດ ໃນປີ 2020.
ໃນຂະນະທີ່ ເກືອບ 1 ໃນ 4 ຂອງ ຜູ້ທ່ີມີລາຍໄດ້ ທັງໝົດ ໄດ້ຮັບຄ່າຈ້າງ ສະເລ່ຍຕໍ່ເດືອນ ໜ້ອຍກວ່າ 1,5 ລ້ານວອນ, ໃນປີດຽວກັນ ຄ່າຈ້າງສະເລ່ຍ ຕໍ່ເດືອນ ສຳລັບ ພະນັກງານ ໃນບໍລິສັດ ຂະໜາດໃຫຍ່ ລວມມີ 5,29 ລ້ານວອນ