
ພວກຂ້າພະເຈົ້າ ຄອບຄົວ ມະນີວົງ ພ້ອມດ້ວຍຍາດພີ່ນ້ອງ ຂໍແຈ້ງຂ່າວສະຫຼົດໃຈມາຍັງ ) ການຈັດຕັ້ງ, ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ຢູ່ໃກ້ ແລະ ໄກຊາບວ່າ:
ທ່ານ ພັນເອກ ຄໍາເຜີຍ ມະນີວົງ ນັກຮົບແຂ່ງຂັນແຫ່ງຊາດ, ອາດີດ ຮອງຫົວຫນ້າຫ້ອງການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ອາດີດ ຮອງຫົວຫນ້າກົມ 213 ກະຊວງປ້ອງກັນປະເທດ, ພະນັກງານ ບໍານານ
ກະຊວງປ້ອງກັນປະເທດ ຜູ້ເປັນຜົວ, ເປັນພໍ່, ເປັນອ້າຍ, ເປັນລຸງ, ເປັນປູ່, ເປັນພໍ່ເຖົ້າ ຂອງພວກຂ້າພະເຈົ້າ ໄດ້ເຖິງແກ່ມໍລະນະກໍາແລ້ວດ້ວຍໂລກສະລາ ໃນເວລາ 19:00 ໂມງ ຂອງວັນຈັນ,
ວັນທີ 21 ກຸມພາ 2022 ລວມ ອາຍຸໄດ້ 83 ປີ, ປັດຈຸບັນ, ສົບຂອງເພີ່ນ ໄດ້ບໍາເພັນກຸສົນໄວ້ທີ່ບ້ານເພີ່ນເອງ ຢູ່ບ້ານຫນອງຫນ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ກໍານົດຈັດງານຊາປະນະກິດສົບມີດັ່ງນີ້:
– ວັນພະຫັດ, ວັນທີ: 24 ກຸມພາ 2022 ເປັນມື້ຊາປະນະກິດສົບ ຢູ່ທີ່ວັດໂນນສະຫງ່າ.
– ວັນສຸກ, ວັນທີ 25 ກຸມພາ 2022 ເປັນມື້ຫ້າງຫາກະກຽມຕັ້ງກອງບຸນ ແລະ ສູດປະລິຕະມຸງຄຸນທີ່ເຮືອນ.
ຂອງເພີ່ນເອງ ຢູ່ບ້ານຫນອງຫນ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
– ວັນເສົາ, ວັນທີ: 26 ກຸມພາ 2022 ເປັນມື້ຕັກບາດຖະຫວາຍສັງຄະທານ (ພຣະສົງ 9 ອົງ).
