ສິ່ງຄວນຮູ້ ກ່ອນໄປຊື້ປີ້ ລົດໄຟ ລາວ-ຈີນ ຖ້າບໍ່ຢາກຖ້າດົນ

ຜ່ານມາ ຫຼາຍຄົນອາດຈະໄດ້ຍິນຂ່າວຄາວ ແລະ ເຫັນພາບກ່ຽວກັບ ການໄປຢືນລໍຖ້າຊື້ປີ້ລົດໄຟ ລາວ-ຈີນ ດົນໆ, ບາງຄົນໄປຢືນລໍຄິວຖ້າແຕ່ 5-6 ໂມງເຊົ້າ ໝົດມື້ຍັງບໍ່ໄດ້ ພໍຮອດເວລາກິນເຂົ້າກໍ່ຕ້ອງໄດ້ອົດເຂົ້າອົດນໍ້າ ເພື່ອລໍຖ້າຄິວ.

ເພາະບໍ່ມີຮ້ານສະດວກຊື້ ຢູ່ເຂດນັ້ນ, ບໍ່ຊັ້ນຄົນອື່ນຈະມາຍາດ ແລະ ເມື່ອໄປຖ້າໝົດມື້ແລ້ວ ໃກ້ຮອດຄິວໂຕເອງ ກໍ່ຢາກເຂົ້າຫ້ອງນໍ້າ ແຖມຫ້ອງນໍ້າໃຫ້ໃຊ້ຢູ່ນອກກໍ່ບໍ່ມີ.ບາງຄົນໄປພະນັກງານກໍ່ຕອບວ່າປີ້ໝົດ ແລະ ປະຊາຊົນຫຼາຍຄົນກໍ່ບໍ່ຮູ້ວ່າເພິ່ນເປີດໃຫ້ບໍລິການຂາຍປີ້ແຕ່ຈັກໂມງ ຫາ ຈັກໂມງ ກໍ່ໄດ້ແຕ່ໄປຖ້າເປັນຫຼາຍຊົ່ວໂມງ.

ດັ່ງນັ້ນ ຄິດວ່າຫຼາຍຄົນຄວນຈະຮູ້ວ່າ ເວລາ ທີ່ແນ່ນອນ ທີ່ທາງບໍລິສັດລົດໄຟ ເພິ່ນເປີດໃຫ້ບໍລິການຂາຍປີ້ ແຕ່ຈັກໂມງ ຫາ ຈັກໂມງ ເພື່ອທ່ານຈະຈັດການເວລາຂອງທ່ານໄດ້.

ທີ່ຈິງຄວນໄປຢ່າງໜ້ອຍ 2 ຄົນ ເພື່ອມີຄົນເຈັບທ້ອງ ກໍ່ມີຄົນປ່ຽນໃນການຢືນລໍຖ້າຄິວໄດ້ ແລະ ໂມງທີ່ເພິ່ນເປີດກໍ່ມີ 3 ເວລາຕໍ່ມື້ຄື: ຕອນເຊົ້າ ເວລາ 6:50-10:00 ໂມງ; ຕອນບ່າຍ 14:30-16:30 ໂມງ ແລະ ຕອນຄໍ່າ 20:00-20:50 ໂມງ.ແລະ ສິ່ງທີ່ຂາດບໍ່ໄດ້ຄວນນໍາບັດປະຈຳໂຕ ແລະ ໃບຢັ້ງຢືນໃນການສັກວັກຊິນຄົບ, ຜ້າປິດປາກ-ດັງ ໄປເພື່ອຊື້ປີ້ ແລະ ຂຶ້ນລົດໄຟ.

ແລະ ຄວນຊື້ຂອງກິນ ແລະ ນໍ້າໄປເພື່ອ ເວລາຈະໄປຊື້ ຫາກດົນກໍ່ສາມາດກິນໄດ້.

Related Posts

Leave a Reply

Your email address will not be published. Required fields are marked *