ລາຄາຢາປິ່ນປົວພະຍາດແພງຂຶ້ນ ຮຽກຮ້ອງໃຫ້ພາກສ່ວນຮັບຜິດຊອບກ່ຽວຂ້ອງຊ່ວຍແກ້ໄຂເລີ່ມແຕ່ເກີດມີການລະບາດພະຍາດໂຄວິດ-19 ໄດ້ມີປະຊາຊົນສ່ອງແສງມາວ່າຢາປົວພະຍາດປະຈຳບ້ານ ໄດ້ມີການຂຶ້ນລາຄາສູງ.

ຍົກຕົວຢ່າງ: ຢາປາລາ ຫລື ຢາດີໄອ ຈາກໜຶ່ງແຜງ 2000 ກີບ ຂຶ້ນເປັນ 4000-5000 ກີບ ແລະ ຢາປະເພດອື່ນໆອີກ, ເຊິ່ງຕໍ່ບັນຫາດັ່ງກ່າວທາງນັກຂ່າວໄດ້ລົງໄປຊື້ ແລະ ສອບຖາມຕົວຈິງ ປາກົດວ່າມີຈິງແທ້.

ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ພາກສ່ວນຮັບຜິດຊອບກ່ຽວຂ້ອງລົງກວດກາຕິດຕາມການເໜັງຕີງລາຄາຢາປົວພະຍາດປະເພດຕ່າງໆ ເພື່ອກວດສອບຄວາມຈິງ.
